• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານຕະຫຼາດນັດການທ່ອງທ່ຽວສາກົນນະຄອນໂຮ່ຈີມິນປີ 2019

      ວັນທີ 5 ກັນຍາ, ງານຕະຫຼາດນັດສາກົນນະຄອນໂຮ່ຈີມິນ ປີ 2019 (Internationnal Travel Expo Ho Chi Minh City – ITE HCMC 2019) ໄດ້ໄຂຂຶ້ນຢູ່ສູນງານຕະຫຼາດນັດ ແລະ ວາງສະແດງ ໄຊ່ງ່ອນ (SECC), ເມືອງ 7, ນະຄອນ ໂຮ່ຈີມິນ.

ການນຳພັກ ແລະ ລັດ ເຂົ້າຮ່ວມພິທີໄຂງານຕະຫຼາດນັດການທ່ອງທ່ຽວສາກົນນະຄອນໂຮ່ຈີມິນປີ 2019 (ພາບ: VGP) 
      ກ່າວຄຳເຫັນໄຂງານຕະຫຼາດນັດ, ທ່ານ ເຈິ່ນວິງຕ໊ວຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ITE HCMC ບໍ່ພຽງແຕ່ແມ່ນການເຄື່ອນໄຫວໂຄສະນາການທ່ອງທ່ຽວເທົ່ານັ້ນ ຫາກຍັງ ນຳມາເຊິ່ງກາລະໂອກາດໃຫ້ແກ່ການແນະນຳວັດທະນະທຳ, ຊາວ ຫວຽດນາມ ເຖິງເພື່ອນມິດສາກົນອີກດ້ວຍ.
            ໄປຄຽງຄູ່ກັນນັ້ນ, ITE HCMC ໄດ້ຢັ້ງຢືນວ່າ ແມ່ນເຫດການທ່ອງທ່ຽວແຫ່ງຊາດ ໄດ້ຈັດຕັ້ງຂຶ້ນໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມຈັດຕັ້ງ ແລະ ໄດ້ຮັບການໜູນຊ່ວຍ ຈາກສະຫະພັນທ່ອງທ່ຽວ 5 ປະເທດໃນພາກພື້ນຍ່ານລຸ່ມແມ່ນ້ຳຂອງແມ່ນ ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ.
            ປັດຈຸບັນ ITE HCMC ໄດ້ກາຍເປັນເຫດການລົງເລິກຂະແໜງໜຶ່ງດຽວຢູ່ ຫວຽດນາມເຊິ່ງສຸມໃສ່ຕະຫຼາດທັງຢູ່ພາຍໃນ ແລະ ຕ່າງປະເທດ, ດຶງດູດການເຂົ້າຮ່ວມຂອງກົມກອງສື່ສານສາກົນ, ແລະຫົວໜ່ວຍວາງສະແດງນັບຮ້ອຍແຫ່ງ ແລະ ຜູ້ຊື້ຊາວບໍລິການ ທີ່ມາຈາກ 40 ປະເທດ ແລະ ເຂດແຄ້ວນ. ພ້ອມກັນນັ້ນ, ITE HCMC ກໍ່ແມ່ນເຫດການໜຶ່ງດຽວທີ່ໄດ້ຮັບການອຸປະຖຳຈາກກະຊວງທ່ອງທ່ຽວ 5 ປະເທດ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top