• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂຄ້າຍພັກແລ້ງ ຫວຽດນາມ 2019

      "ພວກຂ້າພະເຈົ້າມີຄວາມປາດຖະໜາວ່ານີ້ແມ່ນໂອກາດເພື່ອໃຫ້ພວກນ້ອງ, ເຊິ່ງເປັນລູກເປັນຫຼານຂອງພໍ່ແມ່ພີ່ນ້ອງຊາວ ຫວຽດນາມຂອງ ພວກເຮົາໃນທົ່ວ 5 ທະວີບ ໄດ້ກັບເມືອບ້ານເກີດເມືອງນອນ, ໄດ້ເຫັນປະຈັກຕາການພັດທະນາຂອງບ້ານເກີດເມືອງນອນປະເທດຊາດ"

ບັນດາການນຳເຂົ້າຮ່ວມພິທີໄຂຄ້າຍພັກແລ້ງ
       ຕອນຄ່ຳວັນທີ 12 ກໍລະກົດ, ຢູ່ ແຂວງທ໊າຍງວຽນ, ໄດ້ໄຂຄ້າຍພັກແລ້ງຫວຽດນາມ 2019ໂດຍຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຂຶ້ນກັບກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັບ ຄະນະກຳມະການປະຊາຊົນ ແຂວງ ທ໊າຍງວຽນ ຈັດຕັ້ງ. ກ່າວຄຳເຫັນທີ່ນີ້, ທ່ານ ຫງວຽນຮ່ວາງນຳ, ຮອງຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໃຫ້ຮູ້ວ່າ:
        ພວກຂ້າພະເຈົ້າມີຄວາມປາດຖະໜາວ່ານີ້ແມ່ນໂອກາດເພື່ອໃຫ້ພວກນ້ອງ, ເຊິ່ງເປັນລູກເປັນຫຼານຂອງພໍ່ແມ່ພີ່ນ້ອງຊາວ ຫວຽດນາມຂອງ ພວກເຮົາໃນທົ່ວ 5 ທະວີບ ໄດ້ກັບເມືອບ້ານເກີດເມືອງນອນ, ໄດ້ເຫັນປະຈັກຕາການພັດທະນາຂອງບ້ານເກີດເມືອງນອນປະເທດຊາດ ແລະ ພິເສດແມ່ນພວກນ້ອງຈະໄດ້ຢ້ຽມຊົມ, ຊອກຮູ້ມູນເຊື້ອດ້ານປະຫວັດສາດ, ວັດທະນະທຳ, ວິວັດທະນາການສ້າງສາ ແລະ ປົກປັກຮັກສາ ປະເທດຊາດຂອງ ຊົນ ຫວຽດນາມ, ເຂົ້າຮ່ວມບັນດາການເຄື່ອນໄຫວທີ່ມີລັກສະນະສຶກສາມູນເຊື່ອກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ, ສະແດງຄວາມຮູ້ບຸນຄຸນຕໍ່ບັນພະລຸດ ແລະ ວິລະຊົນແຫ່ງຊາດອາດຈະເວົ້າໄດ້ວ່ານີ້ແມ່ນການເຄື່ອນໄຫວ, ປະສົບການທີ່ລ້ຳຄ່າທີ່ສຸດ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top