• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ VIII, ອາຍຸການ 2023 – 2028

ດ້ວຍຫົວຂໍ້ວ່າ “ສາມັກຄີ - ປະຊາທິປະໄຕ - ປະດິດຄິດສ້າງ - ຮ່ວມມື - ພັດທະນາ”, ກອງປະຊຸມໃຫຍ່ສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ VIII ໄດ້ມີຜູ້ແທນເກືອບ 1 ພັນຄົນ ທີ່ຕາງໜ້າໃຫ້ສະມາຊິກ, ຊາວກະສິກອນກ່ວາ 10 ລ້ານຄົນໃນທົ່ວປະເທດ ຫວຽດນາມ ເຂົ້າຮ່ວມ.
ສະມາຊິກຊາວກະສິກອນເກືອບ 1.000 ຄົນເຂົ້າຮ່ວມກອງປະຊຸມໃຫຍ່

ຕອນເຊົ້າວັນທີ 26 ທັນວາ, ຢູ່ຮ່າໂນ້ຍ, ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ VIII, ອາຍຸການ 2023  2028. ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ເຂົ້າຮ່ວມ ແລະ ມີບົດກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.  

ດ້ວຍຫົວຂໍ້ວ່າ “ສາມັກຄີ - ປະຊາທິປະໄຕ - ປະດິດຄິດສ້າງ - ຮ່ວມມື - ພັດທະນາ”, ກອງປະຊຸມໃຫຍ່ສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ VIII ໄດ້ມີຜູ້ແທນເກືອບ 1 ພັນຄົນ ທີ່ຕາງໜ້າໃຫ້ສະມາຊິກ, ຊາວກະສິກອນກ່ວາ 10 ລ້ານຄົນໃນທົ່ວປະເທດ ຫວຽດນາມ ເຂົ້າຮ່ວມ. ທີ່ກອງປະຊຸມໃຫຍ່, ບັນດາຜູ້ແທນໄດ້ປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງເອກະສານສຳຄັນຫຼາຍສະບັບ, ຄື: ບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງສະມາຄົມຊາວກະສິກອນ ຫວຽດນາມ ຊຸດທີ VII; ຮ່າງກົດລະບຽບສະມາຄົມຊາວກະສິກອນ (ສະບັບເພີ່ມເຕີມ, ປັບປຸງ). ກອງປະຊຸມກໍ່ປຶກສາຫາລືການກຳນົດທິດທາງ, ເປົ້າໝາຍ, ໜ້າທີ່ໃຫ້ທັງອາຍຸການ; ເລືອກຕັ້ງຄະນະບໍລິຫານງານອາຍຸການ 2023 – 2028. ທ່ານ ເລືອງກວັກດວານ, ປະທານສູນກາງສະມາຄົມຊາວກະສິກອນ ຫວຽດນາມ, ໃຫ້ຮູ້ວ່າ:

“ສູນກາງສະມາຄົມຊາວກະສິກອນ ຫວຽດນາມ ກຳນົດ 3 ເປົ້າໝາຍເພື່ອບຸກທະລຸ. ທີໜຶ່ງແມ່ນຊຸກຍູ້ວິທີການເຕົ້າໂຮມສະມາຊິກ, ຊາວກະສິກອນຢ່າງແຮງ. ທີສອງແມ່ນ ຊຸກຍູ້ປະຊາຊົນເຂົ້າຮ່ວມການພັດທະນາເສດຖະກິດລວມໝູ່. ທີສາມແມ່ນວຽກງານພະນັກງານ, ຕ້ອງປ່ຽນໃໝ່, ຍົກສູງລະດັບຄວາມຮູ້, ທັກສະຂອງພະນັກງານ, ພິເສດແມ່ນພະນັກງານເຮັດວຽກງານຂົນຂວາຍຊາວກະສິກອນ”.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ.

Top