ກອງປະຊຸມໃຫຍ່ກຳມະບານ ຫວຽດນາມ ຄັ້ງທີ 14 ອາຍຸການ 2026 – 2031 ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 04 ມິຖຸນາ, ຢູ່ສູນກອງປະຊຸມແຫ່ງຊາດ, ທີ່ ຮ່າໂນ້ຍ. ດ້ວຍທິດນຳ: “ສາມັກຄີ -ປະຊາທິປະໄຕ - ລະບຽບວິໄນ - ການປ່ຽນແປງໃໝ່ - ການພັດທະນາ”, ກອງປະຊຸມໃຫຍ່ມີການເຂົ້າຮ່ວມຂອງຜູ້ແທນ 780 ທ່ານ, ຕາງໜ້າໃຫ້ສະມາຊິກກຳມະບານເກືອບ 10 ລ້ານຄົນໃນທົ່ວປະເທດ. ເຂົ້າຮ່ວມກອງປະຊຸມມີທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ; ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ; ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ; ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ…
ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ໃນຕະຫຼອດວິວັດການປະຕິວັດ ຫວຽດນາມ, ຊົນຊັ້ນກຳມະກອນ ຍາມໃດກໍ່ແມ່ນກຳລັງນຳໜ້າ, ສ້າງພື້ນຖານເສດຖະກິດ, ເຕັກນິກຂອງປະເທດຊາດ… ໃນອາຍຸການທີ່ຈະມາເຖິງ, ກຳມະບານ ຫວຽດນາມ ຕ້ອງສ້າງຊົນຊັ້ນກຳມະກອນ ຫວຽດນາມ ໃຫ້ທັນສະໄໝ, ເຕີບໂຫຍ່ເຂັ້ມແຂງ, ສົມເປັນກຳລັງນຳໜ້າໃນພາລະກິດຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ.
“ໃນພື້ນຖານເສດຖະກິດການຕະຫຼາດ ຕາມການກຳນົດທິດສັງຄົມນິຍົມ, ຜົນປະໂຫຍດລະຫວ່າງລັດ, ວິສາຫະກິດ ແລະ ຜູ້ອອກແຮງງານຕ້ອງໄດ້ຮັບການແກ້ໄຂໃຫ້ມີຄວາມກົມກຽວ. ກຳມະບານຕ້ອງຍົກສູງກຳລັງຄວາມສາມາດແກ້ໄຂລວມໝູ່. ຄຳເຫັນສ່ອງແສງຂອງກຳມະກອນຕ້ອງໄດ້ຮັບການຮັບຟັງ, ແກ້ໄຂ… ພວກເຮົາສົ່ງເສີມວິສາຫະກິດດຳເນີນທຸລະກິດຢ່າງມີປະສິດທິຜົນ, ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ, ເຊື່ອມໂຍງເຂົ້າກັບລະບົບມູນຄ່າທົ່ວໂລກຢ່າງເລິກເຊິ່ງ. ລົງທຶນໃຫ້ແກ່ຜູ້ອອກແຮງງານນັ້ນກໍ່ແມ່ນການລົງທຶນໃຫ້ແກ່ສະມັດຕະພາບ, ເຄື່ອງໝາຍການຄ້າ ແລະ ການພັດທະນາຢ່າງຍາວນານຂອງວິສາຫະກິດ”.






