• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມເວທີປຶກສາຫາລື ຊ່ຽງຊ່ານ ປັກກິ່ງ ຄັ້ງທີ 9

ຕອນເຊົ້າວັນທີ 21 ຕຸລາ, ກອງປະຊຸມເວທີປຶກສາຫາລື ຊ່ຽງຊ່ານ ປັກກິ່ງ ຄັ້ງທີ 9 ຖືກໄຂຂຶ້ນຢູ່ນະຄອນຫລວງ ປັກກິ່ງ, ປະເທດ ຈີນ ດ້ວຍຫົວຂໍ້ວ່າ “ຮັກສາຄວາມເປັນລະບຽບຮຽບຮ້ອຍສາກົນ ແລະ ຊຸກຍູ້ສັນຕິພາບຢູ່ ອາຊີ - ປາຊີຟິກ”. ຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ໂດຍທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ນຳໜ້າເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື.

ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ

 ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະທີ 2 ດ້ວຍຫົວຂໍ້ວ່າ ການຄຸ້ມຄອງຄວາມສ່ຽງກ່ຽວກັບຄວາມໝັ້ນຄົງ ອາຊີ - ປາຊີຟິກ, ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຖືວ່າ: ເພື່ອຄຸ້ມຄອງບັນດາຄວາມສ່ຽງຄວາມໝັ້ນຄົງພາກພື້ນໃຫ້ເປັນຢ່າງດີ ຄວນມີ 4 ຂໍ້ຮຽກຮ້ອງ, ນັ້ນແມ່ນ: ຖືເປັນສຳຄັນຈິດໃຈເຄົາລົບກົດໝາຍ ແລະ ເຄົາລົບເຊິ່ງກັນ ແລະ ກັນໃນການພົວພັນສາກົນກໍ່ຄືແກ້ໄຂບັນດາການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນ; ເສີມຂະຫຍາຍຄວາມຮັບຜິດຊອບຂອງບັນດາປະເທດມະຫາອຳນາດ; ເສີມຂະຫຍາຍບົດບາດ, ປະສິດທິຜົນຂອງບັນດາກົນໄກຮ່ວມມື 2 ຝ່າຍ ແລະ ຫລາຍຝ່າຍໃນການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການຄຸ້ມຄອງຄວາມໝັ້ນຄົງພາກພື້ນເປັນຢ່າງດີ; ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ດ້ວຍຈິດໃຈຄູ່ຮ່ວມມື ເພື່ອຄວາມຮັບຜິດຊອບປະຊາຄົມ.

        ກ່ຽວຂ້ອງເຖິງທະເລຕາເວັນອອກ, ທ່ານພົນເອກ ໂງຊວັນລິກ ຖືວ່າ: ສະພາບທະເລຕາເວັນອອກຍັງມີການຜັນແປຢ່າງສັບສົນ, ຖ້າບໍ່ໄດ້ຮັບການແກ້ໄຂເປັນຢ່າງດີ ຈະສົ່ງຜົນກະທົບຕໍ່ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ, ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດຖືກຫລຸດຖອຍລົງ, ກີດຂວາງບັນດາຄວາມມານະພະຍາຍາມການຮ່ວມມືຂອງພາກພື້ນ. ຫຼັກໝັ້ນຂອງ ຫວຽດນາມ ແມ່ນສະໜັບສະໜູນ ແລະ ປົກປ້ອງສິດເສລີພາບໃນການໄປມາ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກໃຫ້ເໝາະສົມກັບກົດໝາຍສາກົນ. ຫວຽດນາມ ຢຶດໝັ້ນແຜນນະໂຍບາຍແກ້ໄຂບັນຫາທະເລຕາເວັນອອກໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ ແລະ ພຶດຕິກຳຕົງຈິງສາກົນ, ໃນນັ້ນ ມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982). ທ່ານລັດຖະມົນຕີ ໂງຊວັນລິກ ເນັ້ນໜັກວ່າ:

        “ພວກຂ້າພະເຈົ້າຖືວ່າ: ຄວາມແຕກຕ່າງລະຫວ່າງບັນດາຝ່າຍຂັດແຍ້ງແມ່ນສິ່ງທີ່ຍາກຈະຫຼີກລ້ຽງໄດ້, ແຕ່ບັນຫາທະເລຕາເວັນອອກຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ບໍ່ນຳໃຊ້ກຳລັງອາວຸດ, ນາບຂູ່ນຳໃຊ້ກຳລັງອາວຸດ, ບົນພື້ນຖານກົດໝາຍສາກົນ, ເຄົາລົບຜົນປະໂຫຍດອັນຊອບທຳຂອງແຕ່ລະປະເທດ ດ້ວຍຈິດໃຈຄູ່ຮ່ວມມື, ເພື່ອຄວາມຮັບຜິດຊອບປະຊາຄົມ. ຫວຽດນາມ ໃຫ້ຄຳໝັ້ນສັນຍາ ຈະມານະພະຍາຍາມພ້ອມກັບບັນດາປະເທດຊຸກຍູ້ການຮ່ວມມື ແນໃສ່ສ້າງທະເລຕາເວັນອອກກາຍເປັນພາກພື້ນສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ, ເພື່ອຜົນປະໂຫຍດລວມຂອງບັນດາປະເທດຢູ່ພາຍໃນ ແລະ ນອກພາກພື້ນທັງໝົດ.

        ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຢືນຢັນວ່າ: ຄວາມໝັ້ນຄົງ, ສະຖຽນລະພາບຂອງ ຈີນ ແລະ ບັນດາປະເທດ ອາຊຽນ ບໍ່ອາດຕັດແຍກອອກຈາກກັນໄດ້. ສະນັ້ນ, 2 ຝ່າຍຍາມໃດກໍ່ຖືເປັນສຳຄັນ ແລະ ຊຸກຍູ້ການພົວພັນ, ການຮ່ວມມືຮອບດ້ານໃນບັນດາຂົງເຂດທັງໝົດ, ໃນນັ້ນ ການຮ່ວມມືດ້ານປ້ອງກັນຊາດ, ຄວາມໝັ້ນຄົງແມ່ນເສົາຄ້ຳສຳຄັນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ.

Top