• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ

      ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຈະຖືກດໍາເນີນໃນລະຫວ່າງວັນທີ 27 – 31 ພຶດສະພາ 2019. 

ພິທີໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ ໃນຕອນເຊົ້້າວັນທີ 28 ພຶດສະພາ ຢູ່ນະຄອນຫຼວງບາງກອກ, ປະເທດໄທ
      ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ (ອາຊຽນ SOM) ແລະ ບັນດາກອງປະຊຸມກ່ຽວຂ້ອງ ຖືກໄຂຂຶ້ນໃນຕອນເຊົ້າວັນທີ 28 ພຶດສະພາ ຢູ່ນະຄອນຫຼວງ ບາງກອກ, ປະເທດໄທ. ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຈະຖືກດໍາເນີນໃນລະຫວ່າງວັນທີ 27 – 31 ພຶດສະພາ 2019. ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ, ຫົວໜ້າ  SOM ASEAN ຫງວຽນກວັກຢຸງ ນໍາໜ້າເຂົ້າຮ່ວມກອງປະຊຸມ.
        ໂຄງການດໍາເນີນງານຕົ້ນຕໍ່ຂອງບັນດາກອງປະຊຸມດັ່ງກ່າວ ແມ່ນກະກຽມໃຫ້ແກ່ກອງປະຊຸມອາວຸໂສ ອາຊຽນ ແລະ ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນຄັ້ງທີ 52 (AMM 52)/ ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ກັບ ບັນດາຄູ່ຮ່ວມມື (PMC) ເຊິ່ງຄາດວ່າ ຈະດໍາເນີນຕາມລໍາດັບໃນເດືອນ ມິຖຸນາ ແລະ ກໍລະກົດ ຢູ່ ບາງກອກ ປະເທດໄທ.
        ບັນດາຫົວຂໍ້ ຄາດວ່າ ຈະໄດ້ນໍາມາປຶກສາຫາລື ລວມມີ ການເພີ່ມທະວີການຮ່ວມມື ສ້າງປະຊາຄົມ ອາຊຽນ, ພິເສດແມ່ນບັນຫາບຸລິມະສິດໃນອາຍຸການ ປະທານ ອາຊຽນ ຂອງ ໄທ ແມ່ນຊຸກຍູ້ການພົວພັນກັບຄູ່ຮ່ວມມື ຍ້ອນການພັດທະນາແບບຍືນຍົງ. ບັນດາກອງປະຊຸມກໍຈະປຶກສາຫາລືກ່ຽວກັບທິດທາງ ແລະ ມາດຕະການເພື່ອເພີ່ມທະວີການພົວພັນ ແລະ ຮ່ວມມືລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື, ກໍຄືແລກປ່ຽນຫຼັກໝັ້ນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
 (ແຫຼ່ງຄັດຈາກ VOV)

ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ສິ​້ນ​ສຸດ​ການ​ຢ້ຽມ​ຢາມ ຍີ່​ປຸ່ນ ຢ່າງ​ເປັນ​ທາງ​ການ

ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ສິ​້ນ​ສຸດ​ການ​ຢ້ຽມ​ຢາມ ຍີ່​ປຸ່ນ ຢ່າງ​ເປັນ​ທາງ​ການ

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ Fukuoka ກັບເມືອປະເທດ ສິ້ນສຸດການຢ້ຽມຢາມ ຍີ່ປຸ່ນ ຢ່າງຈົບງາມ ຕາມຄຳເຊື້ອເຊີນຂອງລັດຖະບານ ຍີ່ປຸ່ນ.

Top