
ພິທີໄຂ ກອງປະຊຸມເຈົ້າໜ້າທີ່ຂັ້ນສູງ (SOM) ອາຊຽນ
ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນກ໊ວກຢຸງ ຢັ້ງຢືນເຖິງຄວາມຕັດສິນໃຈຂອງ ຫວຽດນາມໃນການປະຕິບັດໜ້າທີ່ເປັນປະທານອາຊຽນ 2020 ໃຫ້ສຳເລັດເປັນຢ່າງດີ. ເມື່ອເຕື້ອງເຖິງບັນດາການຜັນແປທີ່ສັບສົນຂອງໂລກລະບາດ Covid – 19, ທ່ານຫງວຽນກ໊ວກຢຸງ ຢັ້ງຢືນວ່າ ຫວຽດນາມແມ່ນສະຖານທີ່ມີຄວາມປອດໄພ, ໂລກລະບາດໄດ້ຮັບການຄວບຄຸມເປັນຢ່າງດີ.ໂດຍເປັນເຈົ້າພາບຈັດກອງປະຊຸມຄັ້ງນີ້ ຫວຽດນາມ ໄດ້ ແລະ ກຳລັງຜັນຂະຫຍາຍມາດຕະການຕ່າງໆເພື່ອຮັບປະກັນຄວາມປອດໄພແລະ ສຸຂະພາບໃຫ້ແກ່ຜູ້ແທນ.
ທີ່ກອງປະຊຸມ, ບັນດາປະເທດໄດ້ແລກປ່ຽນກ່ຽວກັບສະພາບການຜັນຂະຫຍາຍໝາກຜົນຂອງກອງປະຊຸມວົງແຄບ ລັດຖະມົນຕີການຕ່າງປະເທດອາຊຽນ ເຊິ່ງໄດ້ຈັດຂຶ້ນຢູ່ ຍາຈາງ ໃນເດືອນມັງກອນ 2020, ການກະກຽມເບື້ອງຕົ້ນໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງເຊິ່ງຄາດວ່າຈະຈັດຂຶ້ນໃນວັນທີ 8 – 9 ເມສາ 2020 ຢູ່ດ່ານັງ. ບັນດາປະເທດໄດ້ເຫັນດີເປັນເອກະພາບກ່ຽວກັບລາຍການເຮັດວຽກຂອງການເຄື່ອນໄຫວຂັ້ນສູງສະເຫຼີມສະຫຼອງ ອາຊຽນ - ນິວຊີແລນເຊິ່ງຄາດວ່າຈະດຳເນີນໃນວັນທີ 9 ມັງກອນ 2020, ພາຍຫຼັງ ກອງປະຊຸມສຸດຍອດ ອາຊຽນຄັ້ງທີ 36. ບັນດາປະເທດກໍ່ໄດ້ປະກອບຄຳເຫັນກ່ຽວກັບຂັ້ນຕອນການຜັນຂະຫຍາຍຂໍ້ລິເລີ່ມ, ບຸລິມະສິດໂດຍຫວຽດນາມສະເໜີໃນປີ 2020 ພາຍໃຕ້ຫົວຂໍ້ “ອາຊຽນ: ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”.
(ແຫຼ່ງຄັດຈາກ VOV)