
ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ G7 (ພາບ:AFP/TTXVN )
ກອງປະຊຸມດຳເນີນເປັນເວລາ 3 ວັນ ດ້ວຍການເຂົ້າຮ່ວມຂອງບັນດາລັດຖະມົນຕີກະຊວງການຕ່າງປະເທດ ແລະ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບບັນດາປະເທດ G7 ພ້ອມດ້ວຍບັນດາປະເທດຄູ່ຮ່ວມມື ແລະ ແຂກຖືກເຊີນຫລາຍຄົນ.
ໃນວັນທີ 22 ແລະ 23 ເມສາ, ໄດ້ດຳເນີນກອງປະຊຸມຂອງບັນດາລັດຖະມົນຕີການຕ່າງປະເທດ ດ້ວຍ 9 ວາລະປະຊຸມກ່ຽວກັບ ລັດເຊຍ, ຢູແກຼນ, ຈີນ ແລະ ບັນຫານິວເຄຼຍຂອງ ສປປ.ເກົາຫຼີ, ມຽນມາ, ເວເນຊູເອລາ, ບັນດາສະຖານທີ່ເຄັ່ງຮ້ອນຢູ່ຕາເວັນອອກກາງ, ສະກັດກັ້ນການປະທະກັນ, ຄວາມໝັ້ໜຄົງທາງອິນເຕີແນັດ, ຕ້ານການກໍ່ການຮ້າຍ…ວັນທີ 24 ເມສາ ຈະດຳເນີນ 4 ວາລະປະຊຸມຂອງບັນດາລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບກ່ຽວກັບສະພາບແວດລ້ອມແຫ່ງຄວາມໝັ້ນຄົງ, ຄວບຄຸມບັນດາສິ່ງທ້າທາຍຕໍ່ຄວາມສະຫງົບປອດໄພຢູ່ພາຍໃນປະເທດ, ຄວາມໝັ້ນຄົງທາງອິນເຕີແນັດ ແລະ ສະກັດກັ້ນການກໍ່ການຮ້າຍທາງອິນເຕີແນັດ.
(ແຫຼ່ງຄັດຈາກ VOV)