• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມທາງອອນລາຍ AEM-52

ກອງປະຊຸມບັນດາລັດຖະມົນຕີເສດຖະກິດອາຊຽນ ທາງອອນລາຍ ຄັ້ງທີ 52 (AEM-52) ແລະ ບັນດາການເຈລະຈາ, ປຶກສາຫາລືຂັ້ນລັດຖະມົນຕີເສດຖະກິດຂອງອາຊຽນ ກັບບັນດາຄູ່ຮ່ວມມືຢູ່ນອກກຸ່ມ, ຖືກດຳເນີນໃນລະຫວ່າງວັນທີ 25 - 29 ສິງຫາ, ຢູ່ ຮ່າໂນ້ຍ.

(ກອງປະຊຸມ AEM-52)

ທີ່ກອງປະຊຸມ AEM-52 ຖືກດຳເນີນໃນຕອນເຊົ້າວັນທີ 25 ສິງຫາ, ບັນດາລັດຖະມົນຕີໄດ້ພິຈາລະນາ, ປຶກສາຫາລື ແລະ ຮັບຮອງເອົາເອກະສານຕົ້ນຕໍບາງສະບັບໂດຍກອງປະຊຸມອາວຸໂສເສດຖະກິດອາຊຽນ (SEOM) ຍື່ນສະເໜີ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ເຈິ່ນຕ໊ວນແອັງ, ໃຫ້ຮູ້ວ່າ.

        “ບັນດາປະເທດມີຄວາມເຫັນດີເປັນເອກະພາບສູງຕໍ່ບັນດາຂໍ້ລິເລີ່ມ ແລະ ບັນດາເນື້ອໃນເຊິ່ງຫວຽດນາມ ພ້ອມກັນຍົກອອກມາ. ຂ້າພະເຈົ້າຍົກຕົວຢ່າງຄື: ບັນດາມາດຕະການຂອງພວກເຮົາໃນການເພີ່ມທະວີລັກສະນະເຊື່ອມຕໍ່ ພິເສດແມ່ນລະຫວ່າງບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍຜ່ານບັນດາໂຄງການໜູນຊ່ວຍພາກລັດ; ການເພີ່ມທະວີການຫັນເປັນດີຈີຕອນກວ່າອີກ ໂດຍອີງໃສ່ພື້ນຖານເພີ່ມທະວີການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສ້າງລັດຖະບານເອເລັກໂຕນິກ ກໍຄືມຸ່ງໄປເຖິງເປົ້າໝາຍເສດຖະກິດດີຈີຕອນ…”

        ແລະກໍ່ໃນວັນດຽວກັນ, ກ່າວຄຳເຫັນທີ່ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ - ສະພາເຂດການຄ້າເສລີອາຊຽນ (AFTA) ຄັ້ງທີ 34, ທ່ານລັດຖະມົນຕີ ເຈິ່ນຕ໊ວນແອັງ ຢືນຢັນວ່າ: ດ້ວຍສິ່ງທ້າທາຍຫຼາຍຢ່າງໃນຕໍ່ໜ້າ ໄດ້ຮຽກຮ້ອງໃຫ້ອາຊຽນ ຕ້ອງມີຍຸດທະສາດໃຫ້ເໝາະສົມເພື່ອຍົກສູງກຳລັງຄວາມສາມາດໃນການຜະລິດ, ຮັດແຄບຊ່ອງຫວ່າງລະຫວ່າງບັນດາປະເທດສະມາຊິກ, ຈາກນັ້ນກ້າວໄປເຖິງຕະຫຼາດລວມໃຫ້ແກ່ທັງກຸ່ມ.

(ແຫຼ່ງຄັດຈາກ VOV)

ການ​ພົບ​ປະ​ເຈ​ລະ​ຈາ​ຂັ້ນ​ສູງ ຫວຽດ​ນາມ - ບັງ​ກະ​ລາ​ເທດ

ການ​ພົບ​ປະ​ເຈ​ລະ​ຈາ​ຂັ້ນ​ສູງ ຫວຽດ​ນາມ - ບັງ​ກະ​ລາ​ເທດ

ທີ່ການພົບປະເຈລະຈາ, ການນຳສອງທ່ານໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການຂອງແຕ່ລະປະເທດ. ແລກປ່ຽນກ່ຽວກັບການພົວພັນສອງຝ່າຍ ແລະ ຢັ້ງຢືນການຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ -ບັງກະລາເທດ.

Top