• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດຊຸດທີ 16

ໝາກຜົນການເລືອກຕັ້ງສືບຕໍ່ຢືນຢັນຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດ.
  (ບັນ​ດາ​ຜູ້​ແທນເຂົ້າ​ຮ່ວມ​ວາ​ລະ​ໄຂ)  

ກອງປຊຸມຄັ້ງປະຖົມມະເລິກສະພາແຫ່ງຊາດ ຫວຽດນາມ ຊຸດທີ 16 ໄດ້ໄຂຂຶ້ນຢ່າງສົມກຽດໃນຕອນເຊົ້າວັນທີ 06 ເມສາຢູ່ຫໍສະພາແຫ່ງຊາດທີ່ ນະ​ຄອນຫຼວງຮ່າໂນ້ຍເຂົ້າຮ່ວມວາລະໄຂມີ ທ່ານ ໂຕເລິມເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມທ່ານ ເລືອງເກື່ອງປະທານປະເທດທ່ານ ຟ້າມມິນຈິງນາຍົກລັດຖະມົນຕີທ່ານ ເຈິ່ນເກິມຕູຜູ້ປະຈຳການຄະນະເລຂາ​​ທິ​ການສູນກາງພັກຜູ້ຕາງໜ້າບັນດາ​​ຄະນະ​​ທູຕານຸທູດບັນດາອົງການຈັດຕັ້ງສາກົນ ພ້ອມກັບສະມາຊິກສະພາແຫ່ງຊາດຊຸດທີ 16 ຈຳນວນ 500 ທ່ານ.

ກ່າວຄຳເຫັນໄຂກອງປະຊຸມທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຊີ້ແຈ້ງວ່ ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026  2031 ຜ່ານມາບັນລຸຜົນສຳເລັດຢ່າງຈົບງາມ​. ໝາກຜົນການເລືອກຕັ້ງສືບຕໍ່ຢືນຢັນຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກລັດ.

  (ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝີ້ນ ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ)  

ເມື່ອເຕື້ອງເຖິງບັນດາເນື້ອໃນຕົ້ນຕໍຂອງກອປະຊຸມຄັ້ງນີ້ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໃຫ້ຮູ້ວ່າ:

ສະພາແຫ່ງຊາດພິຈາລະນາຕົກລົງສ້າງໂຄງປະກອບການຈັດຕັ້ງ ແລະ ເລືອກ​ຕັ້ງ, ໃຫ້ສັດຕະຍາບັນບຸກຄະລາກອນຂັ້ນສູງຂອງກົງຈັກລັດນີ້ແມ່ນເນື້ອໃນຈຸດສຸມຂອງກອງປະຊຸມມີຄວາມໝາຍສຳຄັນຕັດສິນໂດຍກົງເຖິງຄຸນນະພາບປະສິດທິຜົນການເຄື່ອນໄຫວຂອງກົງຈັກລັດໃນທັງອາຍຸການສະພາແຫ່ງຊາດໄດ້ພິຈາລະນາຮັບຮອງເອົາກົດໝາຍ 8 ສະບັບ ແລະ ມະຕິ​ເກນກຳນົດກົດໝາຍ 1 ສະບັບຕິກ່ຽວກັບໂຄງການຕິດຕາມກວດກາຂອງສະພາແຫ່ງຊາດປີ 2027, ມະຕິກ່ຽວກັບການ​​ສ້າງ​ຕັ້ງ​ຄະ​ນະຕິດຕາມຫົວເລື່ອງສະເພາະຂອງສະພາແຫ່ງຊາດ ແລະ ມະຕິລວມຂອງກອງປະຊຸມຄັ້ງປະຖົມມະເລິກສະພາແຫ່ງຊາດ ຫວຽດນາມ ຊຸດທີ 16”.

ຕໍ່ຈາກນັ້ນທ່ານເລຂາທິການໃຫຍ່ ໂຕເລິມ ມີບົດກ່າວປາໄສສຳຄັນຕໍ່​​ໜ້າສະພາແຫ່ງຊາດປະຊາຊົນຜູ້ມີສິດເລືອກຕັ້ງໃນທົ່ວປະເທດທ່ານເນັ້ໜັກວ່າ ນີ້ແມ່ນກອງປະຊຸມບູລະນະການຈັດຕັ້ງກົງຈັກລັດຕາມລັດຖະທຳມະນູນທັງ​ແມ່ນ ກອງປະຊຸມທີ່ສຸມໃສ່ຫັນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ເປັນລະບອບລະບຽບການສ້າງພື້ນຖານນິຕິກຳລະບອບ ​ລະ​ບຽບ​ການແລະ ກຳລັງໜູນນະໂຍບາຍ ເພື່ອໃຫ້ປະເທດຊາດກ້າວເຂົ້າສູ່ໄລຍະພັດທະນາໃໝ່.

ກໍ່ໃນຕອນເຊົ້າວັນທີ 06 ເມສາສະພາແຫ່ງຊາດໄດ້ເລືອກຕັ້ງປະທານສະພາແຫ່ງຊາດຊຸດທີ 16. ທີ່ກອງປະຊຸມຄັ້ງນີ້ສະພາແຫ່ງຊາດ ຈະພິຈາລະນາຕົກລົງວຽກງານຈັດຕັ້ງກົງຈັກບຸກຄະລາກອນຮ່າງກົດໝາຍ 8 ສະບັບມະຕິ​​ເກນກຳນົດກົດໝາຍ 1 ສະບັບ… ຄາດວ່າເວລາເຮັດວຽກຂອງກອປະຊຸມຄັ້ງປະຖົມມະເລິກສະພາແຫ່ງຊາດ ຫວຽດນາມ ​ຊຸດ​ທີ 16 ແມ່ນປະມານ 11 ວັນ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ຫວຽດ​ນາມ ອວຍ​ພອນ​ປີ​ໃໝ່​ລາວ (ພ​ສ.2569)

ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ຫວຽດ​ນາມ ອວຍ​ພອນ​ປີ​ໃໝ່​ລາວ (ພ​ສ.2569)

ທ່ານ​ນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຄຳເພົາ ​ເອີນ​ທະ​ວັນ ກໍ່​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນ​ດາຜົນ​ສຳ​ເລັດ ທີ່​ຫວຽດ​ນາມ ບັນ​ລຸ​ໄດ້​ໃນ​ທຸກ​ດ້ານ ແລະ ຂໍ​​ຝາກ​ຄຳຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ແລະ ເລິກ​ເຊິ່ງ​ມາ​ຍັງ​ການ​ນຳ​ພັກ, ລັດ, ປະ​ຊາ​ຊົນ ຫວຽດ​ນາມ ທີ່​ຍາມ​ໃດ​ກໍ່​ຮ່ຽງ​ບາ​ຮ່ຽງ​ໄຫຼ່ ໃນ​ພາ​ລະ​ກິດ​ແຫ່ງ​ການ​ກໍ່​ສູ້​ກູ້​ເອົາ​ເອ​ກະ​ລາດ, ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດຊາດ​ຂອງ​ລາວ.

Top