
ຄະນະປະຈຳສະພາແຫ່ງຊາດໄດ້ໄຂກອງປະຊຸມຄັ້ງທີ 28
(ພາບ: VGP)
ຄາດວ່າ, ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນໃສ່ວຽກງານບຸກຄະລາກອນ ເພື່ອໃຫ້ສະພາແຫ່ງຊາດເລືອກຕັ້ງປະທານປະເທດ ທີ່ກອງປະຊຸມສະໄໝສາມັນເທື່ອທີ 6 ຈະມາເຖິງ. ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນໃສ່ບັນດາບົດລາຍງານຕີລາຄາ: ສະພາບການເສດຖະກິດ - ສັງຄົມປີ 2018 ແລະ ຄາດຄະເນແຜນການພັດທະນາເສດຖະກິດ - ສັງຄົມປີ 2019; ການປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມກາງສະໄໝໄລຍະ 5 ປີ 2016 - 2020 ກາງສະໄໝ; ການປະຕິບັດມະຕິເລກທີ 24 ກ່ຽວກັບແຜນການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ກາງສະໄໝໄລຍະ 2016 – 2020 ແລະ ຫຼາຍບັນຫາສຳຄັນອື່ນໆ.
ທີ່ກອງປະຊຸມເທື່ອທີ 8 ຄະນະບໍລິການງານສູນກາງພັກຊຸດທີ 12 ຜ່ານມາ, ຄະນະບໍລິຫານງານສູນກາງພັກໄດ້ມີຄວາມເຫັນດີເຫັນພ້ອມຢ່າງສູງ (100%) ສະເໜີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ເພື່ອໃຫ້ສະພາແຫ່ງຊາດເລືອກຕັ້ງປະທານປະເທດ ທີ່ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຫວຽດນາມ ຊຸດທີ 14. ສຳລັບບຸກຄະລາກອນກະຊວງເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ສານ, ປະຈຸບັນ ທ່ານ ຫງວຽນແມ້ງຮຸ່ງ ພວມດຳລົງຕຳແໜ່ງຮັກສາການລັດຖະມົນຕີ. 2 ຕຳແໜ່ງດັ່ງກ່າວຈະໄດ້ເລືອກຕັ້ງ ແລະ ໃຫ້ສັດຕະຍາບັນທີ່ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຫວຽດນາມຊຸດທີ 14.
(ແຫຼ່ງຄັດຈາກ VOV)