ວັນທີ 9 ພຶດສະພາ, ກອງປະຊຸມຄັ້ງທີ 23 ຂອງຄະນະປະຈຳສະພາແຫ່ງຊາດ ໄດ້ໄຂຂຶ້ນ ແລະ ຄາດວ່າຈະອັດລົງໃນວັນທີ 12 ພຶດສະພາ, ທີ່ຫໍສະພາແຫ່ງຊາດ.
ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນ ກ່ຽວກັບຮ່າງກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການເຂົ້າ, ອອກເມືອງຂອງພົນລະເມືອງ ຫວຽດນາມ ແລະ ກົດໝາຍວ່າດ້ວຍການເຂົ້າ, ອອກເມືອງ, ຜ່ານແດນ, ຢູ່ອາໄສຂອງຊາວຕ່າງປະເທດຢູ່ ຫວຽດນາມ; ຮ່າງມະຕິປັບປຸງ, ເພີ່ມເຕີມມະຕິກ່ຽວກັບການຮັບເອົາບັດໄວ້ວາງໃຈ, ປ່ອນບັດໄວ້ວາງໃຈສຳລັບບັນດາຕຳແໜ່ງໂດຍສະພາແຫ່ງຊາດ, ສະພາປະຊາຊົນ ເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ; ຮ່າງມະຕິຂອງສະພາແຫ່ງຊາດ ກ່ຽວກັບການທົດລອງ ບາງກົນໄກ, ນະໂຍບາຍສະເພາະພັດທະນານະຄອນ ໂຮ່ຈີມິນ ແລະ ສະເໜີການສ້າງຮ່າງກົດໝາຍວ່າດ້ວຍການປ່ຽນເພດ.
ກ່ຽວກັບວຽກງານການຕິດຕາມກວດກາ, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນກ່ຽວກັບບົດລາຍງານຕີລາຄາເພີ່ມເຕີມໝາກຜົນຂອງການປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານຂອງລັດປີ 2022; ສະພາບການຜັນຂະຫຍາຍປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານຂອງລັດໃນຊຸມເດືອນຕົ້ນປີ 2023; ບົດລາຍງານການຊຳລະບັນຊີງົບປະມານຂອງລັດປີ 2021; ບົດລາຍງານການເງິນຂອງລັດປີ 2021.