• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໃນເວລາ 24 ຊົ່ວໂມງຜ່ານມາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ຕື່ມອີກ 3.797 ຄົນ

      -ນັບແຕ່ເວລາ 17 ໂມງຂອງວັນທີ 14 ຕຸລາ ຫາເວລາ 17 ໂມງຂອງວັນທີ 15 ຕຸລາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 3.797 ກໍລະນີ ຢູ່ 47 ແຂວງ, ນະຄອນ, ໃນນັ້ນ ມີ 8 ກໍລະນີເຂົ້າເມືອງ ຫວຽດນາມ.
ການເກັບຕົວຢ່າງກວດຫາເຊື້ອໄວຣັດ SARS - CoV - 2 (ພາບ: TTXVN)
      ຕາມລາຍການຂ່າວກ່ຽວກັບພະຍາດໂຄວິດ - 19 ວັນທີ 15 ຕຸລາ ຂອງກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ເວລາ 17 ໂມງຂອງວັນທີ 14 ຕຸລາ ຫາເວລາ 17 ໂມງຂອງວັນທີ 15 ຕຸລາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 3.797 ກໍລະນີ ຢູ່ 47 ແຂວງ, ນະຄອນ, ໃນນັ້ນ ມີ 8 ກໍລະນີເຂົ້າ ຫວຽດນາມ. ໄລ່ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດ 857.639 ກໍລະນີ, ຢືນອັນດັບທີ 40 ໃນຈຳນວນ 223 ປະເທດ ແລະ ເຂດແຄວ້ນ, ໃນຂະນະ ອັດຕາຜູ້ຕິດເຊື້ອຕໍ່ 1 ລ້ານຄົນ, ຫວຽດນາມ ຢືນອັນດັບທີ 155 ໃນຈຳນວນ 223 ປະເທດ ແລະ ເຂດແຄວ້ນ.
          ໃນວັນທີ 15 ຕຸລາ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ຈຳນວນ 918 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ ມີ 93 ຄົນເສຍຊີວິດ. ເປັນອັນວ່າ, ຈຳນວນຜູ້ຕິດເຊື້ອໂຄວິດ - 19 ໄດ້ຮັບການປິ່ນປົວຫາຍດີຢູ່ ຫວຽດນາມ ແມ່ນ 788.923 ຄົນ, ມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ທັງໝົດ 21.043 ຄົນ, ກວມເອົາອັດຕາ 2,4% ເມື່ອທຽບໃສ່ຈຳນວນຜູ້ຕິດເຊື້ອ.
ໄລ່ມາຮອດປັດຈຸບັນ, ຫວຽດນາມ ໄດ້ຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ລວມທັງໝົດ 59.003.239 ໂດສ, ໃນນັ້ນ ຜູ້ສັກເຂັມທີ 2 ແມ່ນ 17.191.810 ຄົນ.
(ແຫຼ່ງຄັດຈາກ VOV)

ການພົວພັນ ຫວຽດນາມ - ຍີ່ປຸ່ນ ມຸ່ງໄປເຖິງໄລຍະທາງພັດທະນາໃໝ່

ການພົວພັນ ຫວຽດນາມ - ຍີ່ປຸ່ນ ມຸ່ງໄປເຖິງໄລຍະທາງພັດທະນາໃໝ່

ການພົວພັນລະຫວ່າງ 2 ປະເທດໄດ້ຜ່ານເຄິ່ງສະຕະວັດ ແລະ ພວມຢູ່ໃນໄລຍະດີງາມທີ່ສຸດໃນປະຫວັດສາດ.

Top