• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຮ້ຍ​ອານ ສືບ​ຕໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຈຸດ​ນັບ​ພົບ​ແຖວ​ໜ້າ​ຂອງ​ຂະ​ແໜງທ່ອງ​ທ່ຽວ ຫວຽດ​ນາມ ແລະ ໂລກ

ໂຮ້ຍອານ ສືບຕໍ່ແມ່ນໜຶ່ງໃນບັນດາຈຸດນັດພົບແຖວໜ້າຂອງຂະແໜງທ່ອງທ່ຽວ ຫວຽດນາມ ແລະ ໂລກ. ນັບແຕ່ປີ 2012 ມາຮອດປັດຈຸບັນ, ໂຮ້ຍອານ ໄດ້ຮັບ 82 ນາມມະຍົດການທ່ອງທ່ຽວ ໂດຍບັນດາອົງການຈັດຕັ້ງສາກົນ ແລະ ພາຍໃນປະເທດຄັດເລືອກ.
ໂຮ້ຍອານ ແມ່ນຮູບແບບທີ່ດີເດັ່ນກ່ຽວກັບເມືອງທ່າກ່ຳປັ່ນ ອາຊີ ມີມາແຕ່ດົນນານ ເຊິ່ງໄດ້ຮັບການອະນຸລັກຮັກສາເປັນຢ່າງດີ (ພາບ: TTXVN)

ໄລຍະແຕ່ປີ 2012 – 2025, ຄຸ້ມເມືອງເກົ່າ ໂຮ້ຍອານ, ນະຄອນ ດ່າໜັງ ໄດ້ຮັບການລົງທຶນ 1.324.000 ຕື້ກວ່າດົ່ງ (ປະມານ 58 ລ້ານ USD) ເພື່ອວາງແຜນຜັງສັງລວມ, ອະນຸລັກຮັກສາ, ບູລະນະປະຕິສັງຂອນ, ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳໂລກຕິດພັນກັບການທ່ອງທ່ຽວ. “ໂຮ້ຍອານ ແມ່ນຮູບແບບທີ່ດີເດັ່ນກ່ຽວກັບເມືອງທ່າກ່ຳປັ່ນ ອາຊີ ມີມາແຕ່ດົນນານ ເຊິ່ງໄດ້ຮັບການອະນຸລັກຮັກສາເປັນຢ່າງດີ”. ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາໃນກອງປະຊຸມສະຫຼຸບແຜນຜັງລົງທຶນອະນຸລັກຮັກສາ, ບູລະນະປະຕິສັງຂອນສັງລວມ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳໂລກ ຄຸ້ມເມືອງເກົ່າ ໂຮ້ຍອານ ຕິດພັນກັບການພັດທະນາການທ່ອງທ່ຽວ ໄລຍະ 2012 – 2025 ໂດຍ ຄະນະກຳມະການປະຊາຊົນນະຄອນ ດ່າໜັງ ຈັດຂຶ້ນໃນຕອນເຊົ້າວັນທີ 20 ຕຸລາ, ຢູ່ຄຸ້ມເມືອງ ເກົ່າ ໂຮ້ຍອານ.

        ມໍລະດົກວັດທະນະທຳໂລກຄຸ້ມເມືອງເກົ່າ ໂຮ້ຍອານ ແມ່ນຄວາມເອກອ້າງທະນົງໃຈຂອງ ຫວຽດນາມ ໃນແຜນທີ່ມໍລະດົກໂລກ. ໂຮ້ຍອານ ໄດ້ຮັບການຮັບຮອງວ່າ ເປັນມໍລະດົກວັດທະນະທຳ ຈາກອົງການ     UNESCO ເມື່ອປີ 1999.

        ໂຮ້ຍອານ ສືບຕໍ່ແມ່ນໜຶ່ງໃນບັນດາຈຸດນັດພົບແຖວໜ້າຂອງຂະແໜງທ່ອງທ່ຽວ ຫວຽດນາມ ແລະ ໂລກ. ນັບແຕ່ປີ 2012 ມາຮອດປັດຈຸບັນ, ໂຮ້ຍອານ ໄດ້ຮັບ 82 ນາມມະຍົດການທ່ອງທ່ຽວ ໂດຍບັນດາອົງການຈັດຕັ້ງສາກົນ ແລະ ພາຍໃນປະເທດຄັດເລືອກ.

(ແຫຼ່ງຄັດຈາກ VOV)

ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 3.080 ອັດຖິພາຍຫຼັງ 6 ເດືອນ

ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 3.080 ອັດຖິພາຍຫຼັງ 6 ເດືອນ

“​ບັ້ນ​ເຄື່ອນ​ໄຫວ 500 ວັນ ແລະ ຄືນ​ຍູ້​ແຮງ​ການ​ຊອກ​ຫາ​, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ອັດ​ຖິ​ນັກຮົບເສຍສະຫຼະຊີວິດເພື່ອຊາດ​” ທ້ອນ​ໂຮມ​ອັດ​ຖິ​​ນັກຮົບເສຍສະຫຼະຊີວິດເພື່ອຊາດ​ໄດ້ 3.080 ອັດຖິພາຍ​ຫຼັງ​ເວລາ 6 ເດືອນ​.

Top