ຂ່າວສານ
ໂຮມ 3 ແຂວງນາມດິງ, ຮ່ານາມ ແລະ ນິງບິ່ງ ເຂົ້າກັນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ຕ້ອງການປ່ຽນແປງໃໝ່ຮູບແບບພັດທະນາ ແລະ ຍົກສູງປະສິດທິຜົນຂອງການບໍລິຫານເຂດ
ກ່າວຄຳເຫັນທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລີມ ເນັ້ນໜັກວ່າ: ການໂຮມ 3 ແຂວງນາມດິ້ງ, ຮ່ານາມ ແລະ ນິງບິ່ງ ເຂົ້າເປັນແຂວງນິງບິ່ງ ແມ່ນບາດກ້າວທີ່ຂາດບໍ່ໄດ້ໃນສະພາບການທີ່ນັບມື້ນັບມີຄວາມຈຳເປັນຢ່າງຮີບດ່ວນເພື່ອປ່ຽນແປງໃໝ່ຮູບແບບການພັດທະນາ ແລະ ຍົກສູງປະສິດທິຜົນຂອງການບໍລິຫານເຂດ. ເພືອຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ ແລະ ລລັກສະນະໜູນຊ່ວຍກັນລະຫວ່າງ 3 ເເຂດຂອງແຂວງນິງບິ່ງໃໝ່, ທ່ານເລຂາທິການໃຫຍ່ ໄດ້ຮຽກຮ້ອງໃຫ້ສຳເລັດການຈັດຕັ້ງກົງຈັກຕາມ ຮູບແບບ ການປົກຄອງທ້ອງຖິ່ນ 2 ຂັ້ນ, ຮັບປະກັນຫຼັກການຮັດແໜ້ນ, ກະທັດລັດ, ປະສິດທິຜົນ, ປະສິດທິພາບ, ໂປ່ງໃສ ແລະ ເຄື່ອນໄຫວທະລຸລົງ.