ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຢຸດຕິບັນດາການກະທຳດ້ານການທະຫານ, ໃນນັ້ນມີການບຸກໂຈມຕີເລັ່ງໃສ່ຮາກຖານນິວເຄຼຍ, ສືບຕໍ່ບັນດາຄວາມມານະພະຍາຍາມເຈລະຈາ, ແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິພາບວິທີ, ບົນພື້ນຖານກົດໝາຍສາກົນ, ເປັນຕົ້ນແມ່ນ ກົດບັດ ສປຊ.
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)
ວັນທີ 22 ມິຖຸນາ, ໂດຍຕອບສຳພາດຕໍ່ນັກຂ່າວສະເໜີໃຫ້ຮູ້ປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງ ອາເມລິກາ ບຸກໂຈມຕີຮາກຖານນິວເຄຼຍຂອງ ອີຣານ ຈຳນວນໜຶ່ງໃນຕອນເຊົ້າວັນທີ 22 ມິຖຸນາ, ຕາມເວລາຫວຽດນາມ. ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ: ຫວຽດນາມ ຮູ້ສຶກວິຕົກກັງວົນຢ່າງເລິກເຊິ່ງຕໍ່ ສະພາບການປະທະກັນທີ່ພວມເພີ່ມຂຶ້ນຢ່າງສັບສົນຢູ່ ພາກພື້ນຕາເວັນອອກກາງ, ນາບຂູ່ຢ່າງຮ້າຍແຮງຕໍ່ຊີວິດອິນຊີ ແລະ ຄວາມປອດໄພຂອງສາມັນຊົນ, ສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ໂລກ. ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຢຸດຕິບັນດາການກະທຳດ້ານການທະຫານ, ໃນນັ້ນມີການບຸກໂຈມຕີເລັ່ງໃສ່ຮາກຖານນິວເຄຼຍ, ສືບຕໍ່ບັນດາຄວາມມານະພະຍາຍາມເຈລະຈາ, ແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິພາບວິທີ, ບົນພື້ນຖານກົດໝາຍສາກົນ, ເປັນຕົ້ນແມ່ນ ກົດບັດ ສປຊ, ເຄົາລົບອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ, ກົດໝາຍວ່າດ້ວຍມະນຸດສະທຳສາກົນ ແລະ ຂໍ້ກຳນົດຂອງອົງການພະລັງງານປະລາມານູສາກົນ (IAEA).
(ແຫຼ່ງຄັດຈາກ VOV)