• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຮງໝໍກາງສະໜາມ ແບກມາຍ ສາຂາ 2 ຢູ່ ຮ່ານາມ ພ້ອມແລ້ວທີ່ຈະຮັບເອົາຄົນເຈັບຕິດເຊື້ອພະຍາດໂຄວິດ - 19

      ໂຮງໝໍກາງສະໜາມ ແບກມາຍ ສາຂາ 2 ຢູ່ ຮ່ານາມ ໄດ້ປະຕິບັດສຳເລັດບັນດາວຽກງານທີ່ກ່ຽວຂ້ອງເຖິງການກວດຫາເຊື້ອພະຍາດໂຄວິດ - 19 ແລະ ພ້ອມແລ້ວທີ່ຈະປິ່ນປົວໃຫ້ຄົນເຈັບຕິດເຊື້ອພະຍາດໂຄວິດ - 19. 
ໂຮງໝໍກາງສະໜາມ ແບກມາຍ ສາຂາ 2 ຢູ່ ຮ່ານາມ (ພາບ: thanhnien.vn)
      ວັນທີ 1 ພຶດສະພາ, ທ່ານສາດສະດາຈານ, ປະລິນຍາເອກ ຫງວຽນກວາງຕ໊ວນ, ຜູ້ອຳນວຍການໂຮງໝໍແບກມາຍ ໃຫ້ຮູ້ວ່າ: ພາຍຫຼັງຜັນຂະຫຍາຍມາເປັນເວລາ 24 ຊົ່ວໂມງ, ໂຮງໝໍກາງສະໜາມ ແບກມາຍ ສາຂາ 2 ຢູ່ ຮ່ານາມ ໄດ້ປະຕິບັດສຳເລັດບັນດາວຽກງານທີ່ກ່ຽວຂ້ອງເຖິງການກວດຫາເຊື້ອພະຍາດໂຄວິດ - 19 ແລະ ພ້ອມແລ້ວທີ່ຈະປິ່ນປົວໃຫ້ຄົນເຈັບຕິດເຊື້ອພະຍາດໂຄວິດ - 19. 
            ຕອນບ່າຍວັນທີ 1 ພຶດສະພາ, ແຂວງ ຮ່ານາມ ໄດ້ສົ່ງຄົນເຈັບ F1 ທີ່ມີຄວາມສ່ຽງສູງ ມາປິ່ນປົວ ແລະ ຕິດຕາມສຸຂະພາບຢູ່ ໂຮງໝໍກາງສະໜາມ. ໂຮງໝໍດັ່ງກ່າວ ມີຕຽງນອນຄົນເຈັບ ຕື່ມອີກ 400 ໜ່ວຍ ໄດ້ນຳເຂົ້າໃຊ້ການ,  ອັນໄດ້ຍົກຍອດຈຳນວນຕ່ຽງນອນຄົນເຈັບຂຶ້ນເປັນ 500 ໜ່ວຍ, ມີຄົບເຄື່ອງຈັກອຸປະກອນ, ລະບົບ ອົກຊີ…. ໃນນັ້ນ ມີຕ່ຽງສຸກເສີນ 30 ໜ່ວຍ ທີ່ໄດ້ປະກອບ ແລະ ໝູນໃຊ້ເຕັກນິກສູງຢ່າງຄົບຖ້ວນ ນັບແຕ່ເຄື່ອງເອໂກ ຕະຫຼອດຮອດ ເຄື່ອງຊ່ວຍຫາຍໃຈ ເພື່ອຮັບໃຊ້ການປິ່ນປົວຄົນເຈັບ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມກ່ຽວກັບການວາງແຜນຜັງເຂດທົ່ງພຽງແມ່ນ້ຳແດງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມກ່ຽວກັບການວາງແຜນຜັງເຂດທົ່ງພຽງແມ່ນ້ຳແດງ

ຕອນບ່າຍວັນທີ 7 ທັນວາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປະທານ ສະພາບໍລິຫານເຂດທົ່ງພຽງແມ່ນ້ຳແດງ, ປະທານກອງປະຊຸມຄັ້ງທີ 2 ດ້ວຍຫົວຂໍ້ ກ່ຽວກັບການວາງແຜນຜັງເຂດໄລຍະແຕ່ປີ 2021 – 2030, ວິໄສທັດຮອດປີ 2050.

Top