• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກ​ລະ​ບາດ Covid – 19 ຢູ່ ຫວຽດ​ນາມ: ບໍ່​ປະ​ກົດ​ມີ​ຜູ້​ຕິດ​ເຊື້ອ​ໃໝ່​ໃນ​ມື​້ທີ 3 ຢ່າງ​ລຽນ​ຕິດ

ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃຫ້ຮູ້ວ່າ ໄລ່ຮອດເວລາ 6 ໂມງຂອງວັນທີ 19 ເມສາ, ຫວຽດນາມສືບຕໍ່ຢັ້ງຢືນບໍ່ມີຜູ້ຕິດເຊື້ອໃໝ່ຈັກຄົນ.

ພາບປະກອບ: TTXVN 

ເປັນອັນວ່າໃນ 3 ມືຢ່າງລຽນຕິດ ຫວຽດນາມບໍ່ປະກົດມີຜູ້ຕິດເຊື້ອໃໝ່ຕື່ມອີກ, ຍອດຈຳນວນຜູ້ຕິດເຊື້ອCovid – 19 ຍັງຄົງແມ່ນ 268 ຄົນ ໃນນັ້ນ 160 ກໍລະນີມາຈາກຕ່າງປະເທດ, 108 ກໍລະນີ ຕິດແປດໃນວົງຄະນະຍາດ. ຈຳນວນຜູ້ຕິດເຊື້ອ Covid – 19 ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແມ່ນ 201 ຄົນ. ປັດຈຸບັນທົ່ວປະເທດມີຄົນເຈັບ 67 ຄົນ ໃນນັ້ນ 66 ຄົນແມ່ນຊາວ ຫວຽດນາມ ແລະ 1 ຄົນແມ່ນຊາວຕ່າງປະເທດ ພວມໄດ້ຮັບກາປິ່ນປົວຢູ່ໂຮງໝໍ 11 ແຫ່ງ, ຄົນເຈັບເກືອບທັງໝົດລ້ວນແຕ່ມີອາການເປັນປົກກະຕິ ມີພຽງ 3 ກໍລະນີແມ່ນມີອາການໜັກເທົ່ານັ້ນ.
 (ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

Top