• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກ​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ກ່​ວາ 31 ລ້ານ​ຄົນ

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 21 ກັນຍາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກ່ວາ 31,2 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດ 964.700 ຄົນ.
 
ພາບປະກອບ: Getty

ອາເມລິກາ, ອິນເດຍ ແລະ ບຣາຊິນ ແມ່ນ 3 ປະເທດທີ່ຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດ Covid – 19. ໃນນັ້ນ ອາເມລິກາມີຜູ້ຕິດເຊື້ອພະຍາດເກືອບ 7 ລ້ານຄົນ ແລະ ຜູ້ເສຍຊີວິດເກືອບ 204.000 ຄົນ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ພຽງແຕ່ໃນຮອບເວລາ 24 ຊົ່ວໂມງ, ອິນເດຍມີຜູ້ຕິດເຊື້ອໃໝ່ຕື່ມອີກ 92,6 ພັນຄົນ ແລະ ຜູ້ເສຍຊີວິດຕື່ມອີກ 1.133 ຄົນໃນທົ່ວປະເທດ.

        ຢູ່ອາຊີ, ນອກຈາກອິນເດຍ ແລ້ວ, ສອງປະເທດເຊິ່ງແມ່ນ ອິນໂດເນເຊຍ ແລະ ຟີລິບປິນ ກໍ່ແມ່ນບັນດາຈຸດຮ້ອນເຮັ່ງຂອງ ໂລກລະບາດ Covid – 19 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໃໝ່ຕື່ມອີກ ຫຼາຍກ່ວາ 3000 ຄົນໃນຮອບເວລາ 24 ຊົ່ວໂມງ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top