• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດ Covid-19: WHO ຖະແຫຼງວ່າໂລກພະຍາດພວມຮ້າຍແຮງຂຶ້ນຕື່ມ

ວັນທີ 28 ກຸມພາ, ໂລກລະບາດ Covid-19 ຍັງສືບຕໍ່ແຜ່ລະບາດໃນໂລກ, ເມື່ອມີ 7 ປະເທດຕື່ມອີກໄດ້ຢັ້ງຢືນວ່າ ມີກໍລະນີຕິດເຊື້ອໄວຣັດລວມມີ: ໂຮນລັງ, ເບລາຣຸດ, ນິວຊີແລນ, ອຽກລັງ, ເມັກຊີໂກ…

(ພາບປະກອບອີນເຕີແນັດ)

ຕາມແຈ້ງການອັບເດັດໃນຕອນເຊົ້າວັນທີ 29 ກຸມພາ, ຄະນະກຳມະການສາທາລະນະສຸກແຫ່ງຊາດຈີນ ໃຫ້ຮູ້ວ່າ, ໄລ່ຮອດວັນທີ 28 ກຸມພາ, ມີ 39.000 ກໍລະນີຕິດເຊື້ອໄວຣັດ Covid-19 ໄດ້ຮັບການປິ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວ, ມີອີກ 427 ກໍລະນີຕິດເຊື້ອພະຍາດ ແລະ 47 ຄົນເສຍຊີວິດຍ້ອນຕິດເຊື້ອພະຍາດ Covid-19. ສະນັ້ນ, ປະເທດນີ້ໄດ້ຢັ້ງຢືນວ່າ ກໍລະນີຕິດເຊື້ອພະຍາດຢູ່ຈີນ ແມ່ນ 79.251 ກໍລະນີ ແລະ 2.835 ກໍລະນີເສຍຊີວິດຍ້ອນຕິດເຊື້ອພະຍາດ Covid-19.

          ຢູ່ສ.ເກົາຫຼີ, ຕອນເຊົ້າວັນທີ 29 ກຸມພາ, ອົງການສາທາລະນະສຸກສ.ເກົາຫຼີ ໄດ້ແຈ້ງວ່າ, ມີ 594 ກໍລະນີຕິດເຊື້ອພະຍາດ Covid-19 ຢູ່ປະເທດນີ້, ຍົກຈຳນວນຜູ້ຕິດເຊື້ອພະຍາດ Covid-19 ຢູ່ປະເທດນີ້ຂຶ້ນເປັນ 2.931 ກໍລະນີ,

          ສ່ວນຢູ່ອີຣານ, ວັນທີ 28 ກຸມພາ, ຈຳນວນຜູ້ຕິດເຊື້ອພະຍາດ Covid-19 ຢູ່ປະເທດນີ້ໄດ້ເພີ່ມຂຶ້ນ 821 ກໍລະນີ ແລະ 21 ກໍລະນີເສຍຊີວິດ, 46 ກໍລະນີໄດ້ຮັບການປິ່ນປົວຫາຍດີ; ຢູ່ອົດສະຕາລີ ໄດ້ຢັ້ງຢືນວ່າ ຜູ້ຕິດເຊື້ອພະຍາດ Covid-19 ກໍລະນີທຳອິດຢູ່ປະເທດນີ້ແມ່ນບໍ່ກ່ຽວຂ້ອງກັບຈີນ; ຢູ່ຍີ່ປຸ່ນ ມີ 900 ກໍລະນີຕິດເຊື້ອພະຍາດ Covid-19.

          ວັນທີ 28 ກຸມພາ, ອົງການອະນາໄມໂລກ ໄດ້ຍົກລະດັບກ່າວເຕືອນທົ່ວໂລກກ່ຽວກັບໂລກລະບາດ Covid-19 ຂື້ນສູ່ລະດັບ “ສູງທີ່ສຸດ”.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top