• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດ Covid-19 ສົ່ງຜົນກະທົບຫລາຍດ້ານຕໍ່ໂລກ

      ວັນທີ 04 ມີນາ, ກອງປະຊຸມບັນດາການນຳດ້ານການເງິນກຸ່ມບັນດາພື້ຶ້ນຖານເສດຖະກິດຫາກໍ່ພົ້ນເດັ່ນ ແລະ ພັດທະນາແຖວໜ້າໂລກ (G20) ໃຫ້ຮູ້ວ່າ: ຈະປ່ຽນແປງແຜນການຈັດກອງປະຊຸມຢູ່ ວໍຊິງຕັນ (ອາເມລິກາ) ໃນກາງເດືອນ ເມສາ ມາເປັນກອງປະຊຸມອອນລາຍ ຍ້ອນເຊື້ອພະຍາດອັກເສບປອດ Covid-19. 

ໂລກລະບາດ Covid-19 ສົ່ງຜົນກະທົບຫລາຍດ້ານຕໍ່ໂລກ (ພາບປະກອບ/ AFP/TTXVN) 
      ແລະກໍ່ໃນວັນດຽວກັນ, ທະນາຄານໂລກ (WB) ແລະ ກອງທຶນເງິນຕາສາກົນ (IMF) ກໍ່ໃຫ້ຮູ້ວ່າ: ເຂົາເຈົ້າໄດ້ຕັດສິນໃຈດຳເນີນບັນດາກອງປະຊຸມລະດູບານໃໝ່ຂອງຕົນໂດຍຜ່ານການຖ່າຍທອດສົດ, ແທນທີ່ຈະພົບປະໂດຍກົງຢູ່ ວໍຊິງຕັນ ຄືທຸກໆປີ, ຍ້ອນຄວາມກັງວົນກ່ຽວກັບໄວຣັດທີ່ພວມແຜ່ລະບາດຢ່າງກ້ວາງຂວາງໃນໂລກ.
        ແລະໃນວັນດຽວກັນ, ທ່ານ Kristalina Georgieva ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) ກໍ່ກ່າວເຕືອນກ່ຽວກັບໂລກລະບາດ Covid-19 ວ່າມີ “ຄວາມສ່ຽງຢ່າງຮ້າຍແຮງ” ຈະເຮັດໃຫ້ລະດັບການເຕີບໂຕຂອງພື້ນຖານເສດຖະກິດທົ່ວໂລກໃນປີ 2020 ຫລຸດລົງຕ່ຳກ່ວາລະດັບ 2,9% ຂອງປີ 2019 ຢ່າງແຮງ.
 (ແຫຼ່ງຄັດຈາກ VOV)
 

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top