• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດ Covid-19 ພວມຜັນແປຢ່າງສັບສົນຢູ່ຫລາຍປະເທດໃນໂລກ

      ໄລ່ຮອດຕອນເຊົ້າວັນທີ 05 ມີນາ, ທົ່ວໂລກໄດ້ຮັບຮູ້ວ່າ ມີ 81 ປະເທດ ແລະ ເຂດແຄວ້ນກວດພົບມີຜູ້ຕິດ ແລະ ເສຍຊີວິດຍ້ອນໂລກລະບາດ Covid-19. ສໂລເວເນຍ ກາຍເປັນປະເທດໃໝ່ສຸດທີ່ກວດພົບກໍລະນີຕິດໄວຣັດ SARS-CoV-2.

 ໂລກລະບາດ Covid-19 ພວມຜັນແປຢ່າງສັບສົນຢູ່ຫລາຍປະເທດໃນໂລກ (ພາບ: TTXVN)
      ວັນທີ 05 ມີນາ, ຄະນະກຳມະການສາທາລະນະສຸກແຫ່ງຊາດ ຈີນ (NHC) ໄດ້ປະກາດວ່າ ປະເທດນີ້ໄດ້ກວດພົບກໍລະນີຕິດເຊື້ອໃໝ່ຕື່ມອີກ 139 ກໍລະນີ ແລະ 31 ຄົນເສຍຊີວິດຍ້ອນໂລກລະບາດ Covid-19. ບັນດາກໍລະນີເສຍຊີວິດລ້ວນແຕ່ຢູ່ແຂວງ ຮູເປີ໋ຍ. ດັ່ງນັ້ນ, ໄລ່ມາຮອດປັດຈຸບັນ, ຈີນ ໄດ້ມີກ່ວາ 80.400 ກໍລະນີຕິດເຊື້ອ ແລະ ກ່ວາ 3000 ກໍລະນີເສຍຊີວິດຍ້ອນ Covid-19.
        ໃນວັນທີ 04 ມີນາ, ໂປໂລຍ ແລະ ອາກຊັງຕິນ ແມ່ນບັນດາປະເທດໃໝ່ທີ່ກວດພົບມີກໍລະນີຕິດເຊື້ອດັ່ງກ່າວ, ໃນຂະນະນັ້ນ ແອັດສະປາຍ ແລະ ອີຣັກ ກໍ່ປະກາດວ່າ ມີກໍລະນີເສຍຊີວິດຄົນທຳອິດ. ແລະກໍ່ໃນວັນດຽວກັນ, ເຈົ້າໜ້າທີ່ທ່ານໜຶ່ງຢູ່ອົງການປ້ອງກັນ ເອີຣົບ ກໍ່ຕິດເຊື້ອ ແລະ ກາຍເປັນກໍລະນີທຳອິດໃນອົງການບໍລິຫານຂອງສະຫະພາບ ເອີຣົບ (ອີຢູ).
        ສະພາບການໂລກລະບາດຢູ່ ສ.ເກົາຫຼີ ສືບຕໍ່ຜັນແປຢ່າງສັບສົນ ໃນຂະນະທີ່ຈຳນວນກໍລະນີຕິດເຊື້ອຢູ່ປະເທດນີ້ ໄດ້ຂຶ້ນເຖິງກ່ວາ 5.620 ກໍລະນີ ແລະ ມີ 33 ກໍລະນີເສຍຊີວິດ. ໃນຂະນະນັ້ນ, ຢູ່ ອີຕາລີ, ລັດຖະບານປະເທດນີ້ິ້ ໄດ້ຕົກລົງໃຫ້ນັກຮຽນ, ນັກສຶກສາໃນທົ່ວປະເທດພັກຮຽນ ໃນສະພາບທີ່ຈຳນວນກໍລະນີຕິດເຊື້ອຢູ່ປະເທດນີ້ໄດ້ລື່ນກາຍ 2500 ຄົນ ແລະ ກ່ວາ 100 ຄົນເສຍຊີວິດ. ຢູ່ ອີຣານ ມີ 2300 ຄົນຕິດເຊື້ອ ແລະ 77 ຄົນເສຍຊີວິດ.
        ໃນຄວາມມານະພະຍາຍາມລວມເພື່ອປ້ອງກັນ, ຄວບຄຸມພະຍາດອັກເສບປອດ Covid-19, ວັນທີ 04 ມີນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ຄູ່ຕຳແໜ່ງ ຝຣັ່ງ Emmanuel Macron ໄດ້ມີການໂອ້ລົມທາງໂທລະສັບ. ທ່ານປະທານາທິບໍດີ ຝຣັ່ງ ຢັ້ງຢືນວ່າ: ຝຣັ່ງ ພ້ອມແລ້ວທີ່ຈະສົມທົບກັບ ອາເມລິກາ ໃນບັນດາມາດຕະການກ່ຽວກັບເສດຖະກິດ, ສາທາລະນະສຸກ ແລະ ວິທະຍາສາດ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຈະ​ຈັດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສີ​ຂຽ​ວ (GEF) 2023

ຫວຽດ​ນາມ ຈະ​ຈັດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສີ​ຂຽ​ວ (GEF) 2023

ວັນທີ 2 ພະຈິກຈະມາເຖິງ, ຢູ່ຮ່າໂນ້ຍ ສະມາຄົມວິສາຫະກິດ ເອີລົບປະຈຳ ຫວຽດນາມ (EuroCham ຫວຽດນາມ) ຈະຈັດເວທີປາໄສເສດຖະກິດສີຂຽວ (GEF) 2023.

Top