• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດໂຄວິດ-19: ຜູ້ຕິດເຊື້ອຄົນທີ 268 ເປັນເພດຍິງຊາວຊົນເຜົ່າ

      ຕາມຂໍ້ມູນຂ່າວຈາກຄະນະຊີ້ນຳແຫ່ງຊາດການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃຫ້ຮູ້ວ່າ: ໄລ່ຮອດເວລາ 6 ໂມງ 00 ນາທີ ຂອງວັນທີ 16 ເມສາ, ຫວຽດນາມ ໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ຕື່ມອີກ 1 ຄົນ (ຄົນທີ 268). 
            ຜູ້ຕິດເຊື້ອຄົນດັ່ງກ່າວເປັນເພດຍິງ, ຊົນເຜົ່າມົ້ງ, ດຳລົງຊີວິດຢູ່ເມືອງ ດົ່ງວັນ, ແຂວງ ຮ່າຢາງ. ປັດຈຸບັນ, ຜູ້ຕິດເຊື້ອດັ່ງກ່າວ ພວມຖືກແຍກຕົວ, ປິ່ນປົວຢູ່ໂຮງໝໍຫລາຍຂະແໜງເມືອງ ດົ່ງວັນ, ແຂວງ ຮ່າຢາງ.
        ສະນັ້ນ, ໄລ່ຮອດຈຸດເວລານີ້, ຫວຽດນາມ ມີ 268 ຄົນທີ່ຕິດເຊື້ອພະຍາດໂຄວິດ-19, ໃນນັ້ນ ມີ 160 ຄົນມາຈາກຕ່າງປະເທດ (ກວມເອົາ 59,7%) ແລະ 108 ຄົນຖືກຕິດແປດໃນຊຸມຊົນ (ກວມເອົາ 40,3%). 176/268 ຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປະກາດຫາຍດີເປັນປົກກະຕິ.
        ໃນຂະນະນັ້ນ, ມາຮອດປັດຈຸບັນ, ຈຳນວນເງິນ, ວັດຖຸອຸປະກອນຂອງບັນດາອົງການຈັດຕັ້ງ, ບຸກຄົນທີ່ສະໜັບສະໜູນ ແລະ ຈົດທະບຽນສະໜັບສະໜູນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃນທົ່ວປະເທດ ແມ່ນປະມານ 68 ລ້ານ USD.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top