• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນໃນທົ່ວໂລກ

      ໃນຕອນເຊົ້າວັນທີ 10 ກໍລະກົດ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ເວລາ 18 ໂມງຂອງວັນທີ 9 ກໍລະກົດ ມາຮອດເວລາ 6 ໂມງຂອງວັນທີ 10 ກໍລະກົດ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 598 ຄົນ ຢູ່ 14 ແຂວງ, ນະຄອນໃນທົ່ວປະເທດ
ພາບປະກອບ:TTXVN
      ຕາມເວັບໄຊສະຖິຕິ worldometer.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ 10 ກໍລະກົດ ຕາມເວລາ UTC, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 186 ລ້ານ 800.000 ຄົນ, ໃນນັ້ນມີ ຜູ້ເສຍຊີວິດເກືອບ 4.035.000 ຄົນ.
ສ່ວນຢູ່ ຫວຽດນາມ, ໃນຕອນເຊົ້າວັນທີ 10 ກໍລະກົດ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ເວລາ 18 ໂມງຂອງວັນທີ 9 ກໍລະກົດ ມາຮອດເວລາ 6 ໂມງຂອງວັນທີ 10 ກໍລະກົດ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 598 ຄົນ ຢູ່ 14 ແຂວງ, ນະຄອນໃນທົ່ວປະເທດ, ໃນນັ້ນ ນະຄອນ ໂຮ່ຈີມິນ ຍັງແມ່ນທ້ອງຖິ່ນທີ່ມີຜູ້ຕິດເຊື້ອຫຼາຍທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອ 520 ຄົນ. ດັ່ງນັ້ນ, ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 26.608 ຄົນ, ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 8.984 ຄົນ ແລະ ມີຜູ້ເສຍຊີວິດ 110 ຄົນ. 
(ແຫຼ່ງຄັດຈາກ VOV)

ຮີບ​​ເຮັ່ງ​ກໍ່​ສ້າງ​ບັນ​ຊີ​ລາຍ​ຊື່​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ ແລະ ບັນ​ຊີ​ລາຍ​ຊື່​ຜະ​ລິດ​ຕະ​ພັນ​ຍຸດ​ທະ​ສາດ

ຮີບ​​ເຮັ່ງ​ກໍ່​ສ້າງ​ບັນ​ຊີ​ລາຍ​ຊື່​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ ແລະ ບັນ​ຊີ​ລາຍ​ຊື່​ຜະ​ລິດ​ຕະ​ພັນ​ຍຸດ​ທະ​ສາດ

ຮີບເຮັ່ງ​ກໍ່​ສ້າງ, ບູ​ລະ​ນະ​ບັນ​ຊີ​ລາຍ​ຊື່​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ ແລະ ບັນ​ຊີ​ລາຍ​ຊື່​ຍຸດ​ທະ​ສາດ​ທີ່​ມີ​ຄວາມ​ໝາຍ​ໂດຍ​ກົງ ຕັດ​ສິນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃຫ້​ສົມ​ບູນ​ແບບ ​ເພື່ອ​ແນ​ໃສ່​ບັນ​ລຸ​ໄດ້​ເປົ້າ​ໝາຍ​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສອງ​ຕົວ​ເລກ.

Top