• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກຍູ້ແຮງການກະກຽມຮັບມືກັບໂລກລະບາດໃນອະນາຄົດ

ພາຍຫຼັງໂລກລະບາດໂຄວິດ - 19 ແຜ່ລະບາດເປັນເວລາ 3 ປີ, ໂລກພວມຍູ້ແຮງວຽກງານກະກຽມໃຫ້ແກ່ການຮັບມືກັບໂລກລະບາດຕໍ່ໄປ.
  ປະຈຸບັນ, WHO ພວມອັບເດັດບັນຊີລາຍຊື່ພະຍາດມີຄວາມສ່ຽງພາໄປເຖິງເກີດໂລກລະບາດສູງສຸດ (ພາບປະກອບ: AFP/TTXVN)  

ໃນອາທິດກ່ອນ, ຜູ້ຕາງໜ້າຂອງ 194 ປະເທດຂຶ້ນກັບອົງການອະນາໄມໂລກ (WHO) ໄດ້ເຫັນດີປຶກສາຫາລືຮ່າງຂໍ້ຕົກລົງທົ່ວໂລກ ເພື່ອຮັບມືກັບໂລກລະບາດໃນເດືອນ ກຸມພາ 2023 ໃຫ້ເປັນຢ່າງດີກວ່າ. ປະຈຸບັນ, WHO ພວມອັບເດັດບັນຊີລາຍຊື່ພະຍາດມີຄວາມສ່ຽງພາໄປເຖິງເກີດໂລກລະບາດສູງສຸດ. ໃນນັ້ນ, ໄວຣັດ ໂກໂຣນາ ແລະ ໄວຣັດໄຂ້ຫວັດ ໄດ້ກຳນົດວ່າຍັງແມ່ນໄວຣັດມີຄວາມສ່ຽງແຜ່ລະບາດທີ່ສຸດ.

ໃນຂະນະນັ້ນ, ຄະນະບໍລິຫານກອງທຶນໂລກລະບາດ, ໂດຍທະນາຄານໂລກ (WB) ລີ້ເລີ່ມ ແລະ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ຜັນຂະຫຍາຍແຕ່ເດືອນ ພະຈິກ 2022, ຫວ່າງມໍ່ມານີ້ ເຂົາເຈົ້າໃຫ້ຮູ້ວ່າ ພວມກະກຽມໃຫ້ການສ້າງກອງທຶນທຳອິດດ້ວຍລະດັບໃຫ້ຄຳໝັ້ນສັນຍາ 1,6 ຕື້ USD.

ວົງການນັກຊ່ຽວຊານຖືວ່າ ໂລກໄດ້ຖອດຖອນບົດຮຽນລ້ຳຄ່າຫຼາຍຢາກຈາກໂລກລະບາດໂຄວິດ-19 ແລະ ສະຕິກ່ຽວກັບການຍູ້ແຮງວຽກງານຍົກສູງການກະກຽມໃຫ້ແກ່ໂລກລະບາດຄັ້ງຕໍ່ໄປຢ່າງເຫັນໄດ້ຊັດ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top