• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກຍັງມີຄວາມລະມັດລະວັງຕໍ່ການຜັນແປທີ່ບໍ່ສາມາດຄາດຄະເນໄດ້ຂອງໂລກລະບາດ Covid-19

      ພາຍຫຼັງໄດ້ເກີດຂຶ້ນມາເປັນເວລາ 3 ເດືອນ, ໂລກລະບາດອັກເສບປອດທີ່ເກີດຈາກເຊື້ອໄວຣັດໂຄໂຣນາ ສາຍພັນໃໝ່ (nCoV ຫລືເອີ້ນວ່າ Covid-19) ຍັງສືບຕໍ່ມີການຜັນແປທີ່ບໍ່ສາມາດຄາດຄະເນໄດ້ ແລະ ນັບມື້ນັບແຜ່ລາມອອກຢ່າງກວ້າງຂວາງ ຊື່ງເຮັດໃຫ້ໂລກຕ້ອງອອກແຮງຮັບມືດ້ວຍຄວາມລະມັດລະວັງຢູ່ໃນລະດັບສູງສຸດ.

ພາບ: Reuters
      ຕາມການລາຍງານຄັ້ງຫຼ້າສຸດເມື່ອວັນທີ 21 ກຸມພາ ຂອງຄະນະກຳມະການສາທາລະນະສຸກແຂວງ ຮູເປີຍ ປະເທດຈີນ ແລ້ວ, ໃນວັນທີ 20 ກຸມພາ, ທ້ອງຖິ່ນນີ້ມີຜູ້ເສຍຊີວິດ ຍ້ອນໂລກລະບາດ Covid-19 ຕື່ມອີກ 115 ຄົນ, ເພີ່ມຂຶ້ນ 5.6% ເມື່ອທຽບໃສ່ວັນທີ 19 ກຸມພາ ຊື່ງໄດ້ຍົກຈຳນວນຜູ້ເສຍຊີວິດທັງໝົດຂຶ້ນເປັນ 2.144 ຄົນ. ຈຳນວນຜູ້ຕິດເຊື້ອໃໝ່ແມ່ນ 411 ຄົນ. ຈຳນວນຜູ້ຕິດເຊື້ອ Covid-19  ທັງໝົດຢູ່ແຂວງຮູເປີຍ ແມ່ນ 62.442 ຄົນ. ໃນທົ່ວໂລກ, ມີຜູ້ຕິດເຊື້ອດັ່ງກ່າວທັງໝົດແມ່ນຂຶ້ນເຖິງ 76.200 ຄົນ ແລະ ຜູ້ເສຍຊີວິດແມ່ນ 2.245 ຄົນ ຊື່ງສ່ວນຫຼາຍແມ່ນຢູ່ຈີນ ດ້ວຍຈຸດສຸມແມ່ນນະຄອນ ອູຮັ້ນ, ແຂວງຮູເປີຍ.
ບັນດາການຜັນແປທີ່ເປັນໜ້າວິຕົກກັງວົນ
   ວັນທີ 20 ກຸມພາ, ວົງການເຈົ້າໜ້າທີ່ອີຣານ ໄດ້ກວດພົບ 3 ກໍລະນີຕິດເຊື້ອ Covid-19 ຕື່ມອີກ ອັນໄດ້ຍົກຈຳນວນຜູ້ຕິດເຊື້ອດັ່ງກ່າວທັງໝົດ ຢູ່ປະເທດນີ້ຂຶ້ນເປັນ 5 ຄົນ.
ກ່ອນນັ້ນ 1 ວັນ, ອີຣານ ປະກາດວ່າ 2 ກໍລະນີຕິດເຊື້ອທຳອິດ ແລະ ທັງສອງຄົນນີ້ໄດ້ເສຍຊີວິດ ພາຍຫຼັງພຽງ 2, 3 ຊົ່ວໂມງຕໍ່ມາ. ສິ່ງທີ່ເປັນໜ້າເວົ້າເຖິງນັ້ນແມ່ນ, ຜູ້ຕິດເຊື້ອທັງໝົດລ້ວນແຕ່ແມ່ນຊາວອີຣານ ແລະ ບໍ່ເຄີຍໄປຕ່າງປະເທດໃນເວລາຍາວນານ ຊື່ງໄດ້ເຮັດໃຫ້ເກີດຄວາມວິຕົກກັງວົນ ກ່ຽວກັບເສັ້ນທາງ ແລະ ກົນໄກຕິດແປດ Covid-19 ຢູ່ປະເທດຕາເວັນອອກກາງນີ້.
   ກໍ່ເຊັ່ນດຽວກັນ, ໃນວັນທີ 16 ກຸມພາ, ອຳນາດການປົກຄອງໄຕຫວັນ (ຈີນ) ກໍ່ກວດພົບກໍລະນີເສຍຊີວິດທຳອິດຍ້ອນ Covid-19  ຢູ່ເຂດດິນແດນແຫ່ງນີ້. ຢູ່ ສ.ເກົາຫຼີ, ຈຳນວນກໍລະນີຕິດເຊື້ອໄດ້ເພີ່ມຂຶ້ນຢ່າງແຮງ ໃນສອງສາມມື້ຜ່ານມາ, ສ່ວນຫຼາຍແມ່ນຢູ່ນະຄອນ Daegu ທາງທິດໃຕ້ປະເທດນີ້. ໄລ່ຮອດວັນທີ 20 ກຸມພາ, ຈຳນວນຜູ້ຕິດເຊື້ອທັງໝົດທີ່ໄດ້ກວດພົບຢູ່ ສ.ເກົາຫຼີ ແມ່ນ 104 ຄົນ.

ພາບ: THX/TTXVN
      ໂລກມີປະຕິກິລິຍາໂຕ້ຕອບດ້ວຍຄວາມລະມັດລະວັງ
  ຕໍ່ໜ້າບັນດາການຜັນແປ ທີ່ບໍ່ສາມາດຄາດຄະເນລ່ວງໄດ້ຂອງໂລກລະບາດ, ປະຊາຄົມໂລກ ສືບຕໍ່ມີປະຕິກິລິຍາດ້ວຍຄວາມລະມັດລະວັງໃນລະດັບສູງສຸດ. ໃນຄຳຖະແຫຼງຫຼ້າສຸດ ເມື່ອວັນທີ 20 ກຸມພາ, ທ່ານ Tedros Adhanom Ghebreyesu ຜູ້ອຳນວຍການໃຫ່ຍອົງການອະນາໄມໂລກ  (WHO) ໄດ້ເນັ້ນໜັກວ່າ: ເລື່ອງຈຳນວນຜູ້ຕິດເຊື້ອ Covid-19 ໃໝ່ຢູ່ຈີນ ໄດ້ຫລຸດລົງຢ່າງລຽນຕິດໃນໄລຍະຜ່ານມາ ແມ່ນເປັນໜ້າຊື່ນຊົມ ແຕ່ຍັງບໍ່ທັນເຖິງເວລາທີ່ສາມາດຕີລາຄາໄດ້ວ່າ ທ່າອ່ຽງນີ້ຈະສືບຕໍ່ຫຼືບໍ່.
   ໃນຂະນະນັ້ນ, ປະເທດຕ່າງໆໄດ້ສະແດງໃຫ້ເຫັນຄວາມລະມັດລະວັງ ຕໍ່ໂລກລະບາດ Covid-19  ດ້ວຍການຜັນຂະຫຍາຍການເພີ່ມທະວີ ບັນດາມາດຕະການປ້ອງກັນໂລກລະບາດຢ່າງຂ້ຽວຂາດທີ່ສຸດ. ຢູ່ຈີນ, ພ້ອມກັບການປ່ຽນການນຳສູງສຸດ ຢູ່ທັງນະຄອນອູຮັ້ນ ແລະ ແຂວງຮູເປີຍນັ້ນ, ມາດຕະການແຍກຕົວຢ່າງເຂັ້ມງວດ ແລະ ຈຳກັດການໄປມາໃນລະດັບສູງສຸດໄດ້ຖືກນຳໃຊ້ ໃນຂະນະທີ່ບັນດາມາດຕະການຮັບມືກັບໂລກລະບາດ ກໍ່ໄດ້ຜັນຂະຫຍາຍຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດເກືອບທັງໝົດ.
   ຢູ່ນອກປະເທດຈີນ, ມີຫຼາຍປະເທດໄດ້ເພີ່ມເຕີມບັນດາມາດຕະການປ້ອງກັນ ແລະ ຄວບຄຸມໂລກລະບາດ. ວັນທີ 20 ກຸມພາ, ອົດສະຕາລີ ໄດ້ປະກາດຕໍ່ກຳນົດເວລາຄຳສັ່ງເກືອດຫ້າມສຳລັບຜູ້ມາຈາກຈີນ ຮອດວັນທີ 29 ກຸມພາ ເພື່ອສະກັດກັ້ນໄພເກີດການຕິດແປດ Covid-19. ວັນທີ 19 ກຸມພາ, ລັດຖະບານມາເລເຊຍ ໄດ້ປຶກສາຫາລືກ່ຽວກັບເລື່ອງຫ້າມນັກທ່ອງທ່ຽວຈີນເຂົ້າມາປະເທດນີ້ໂດຍຊົ່ວຄາວ. ນັບແຕ່ທ້າຍເດືອນມັງກອນ, ມາເລເຊຍ ກໍ່ໄດ້ປະກາດໃຊ້ຄຳສັ່ງຫ້າມເຂົ້າເມືອງ ສຳລັບພົນລະເມືອງຈີນ ຢູ່ແຂວງຮູເປີຍ. ວັນທີ 20 ກຸມພາ, ສູນຄວບຄຸມ ແລະ ປ້ອງກັນໂລກລະບາດອາເມລິກາ (CDC)  ໄດ້ປະກາດໃຊ້ຄຳກ່າວເຕືອນພົນລະເມືອງອາເມລິກາ ບໍ່ຄວນໄປຍັງປະເທດຍີ່ປຸ່ນ ແລະ ຮົງກົງ (ຈີນ). ໃນຂະນະນັ້ນ, ໄລ່ຮອດຈຸດເວລານີ້, ມີ 30 ກ່ວາບໍລິສັດການບິນສາກົນຍັງຮັກສາຄຳສັ່ງຫ້າມບິນໄປຍັງປະເທດຈີນ.
  ຕາມບັນດາຜູ້ຊ່ຽວຊານດ້ານສາທາລະນະສຸກແລ້ວ, ເລື່ອງໂລກສືບຕໍ່ມີປະຕິກິລິຍາຢ່າງລະມັດລະວັງຕໍ່ໂລກລະບາດ ໃນສະພາບການປະຈຸບັນ ແມ່ນມີຄວາມຈຳເປັນ, ແຕ່ສິ່ງສຳຄັນກ່ວາໝູ່ໝົດ ແມ່ນຕ້ອງມີການຮ່ວມມືໃນຂອບຂະໜາດທົ່ວໂລກ ຢ່າງແທດຈິງ ແລະ ມີປະສິດທິຜົນ, ເພື່ອສະກັດກັ້ນ ແລະ ເອົາຊະນະໂລກລະບາດນີ້ໃຫ້ໄດ້.
 (ແຫຼ່ງຄັດຈາກ VOV)

ພິທີເປີດສະໜອງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ລາວ ເຊິ່ງເປັນຂອງຂວັນຂອງລັດຖະບານ ຫວຽດນາມ

ພິທີເປີດສະໜອງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ລາວ ເຊິ່ງເປັນຂອງຂວັນຂອງລັດຖະບານ ຫວຽດນາມ

ໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງໃນເດືອນ ສິງຫາ ປີ 2022, ມີເນື້ອທີ່ 6,5 ເຮັກຕາ, ດ້ວຍຈຳນວນເງິນລົງທຶນກວ່າ 10 ລ້ານ USD.

Top