• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂບ​ລີ​ເວຍ ຢາກ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ຫວຽດ​ນາມ

ໂບລີເວຍ ມີຄວາມປາດຖະໜາຢາກເພີ່ມທະວີ, ຊຸກຍູ້ການພົວພັນລະຫວ່າງພັກຂະບວນການກ້າວຂຶ້ນສັງຄົມນິຍົມ (MAS) ຂອງ ໂລລີເວຍ ແລະ ພັກຄອມມູນິດ ຫວຽດນາມ, ແລກປ່ຽນບົດຮຽນປະສົບການກ່ຽວກັບການນຳພາຂອງພັກຄອມມູນິດ ຫວຽດນາມ ໃນການຄຸ້ມຄອງບໍລິຫານ, ສ້າງສາ ແລະ ພັດທະນາປະເທດຊາດ.
ທ່ານເອກອັກຄະລັດຖະທູດ ບຸ່ຍວັນງິ ເຂົ້າຍື່ນສານຕາຕັ້ງ (ພາບ:TTXVN)

ໃນການຕ້ອນຮັບທ່ານ ບຸ່ຍວັນງິ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບຣາຊິນ ແລະ ໂບລີເວຍ ທີ່ເຂົ້າຍື່ນສານຕາຕັ້ງຂອງປະທານປະເທດ ຫວຽດນາມ ເລືອງເກື່ອງ, ວັນທີ 27 ມັງກອນ, ຢູ່ນະຄອນຫຼວງ La Paz, ທ່ານ Arce ປະທານາທິບໍດີ ໂບລີເວຍ ມີຄວາມປາດຖະໜາຢາກເພີ່ມທະວີ, ຊຸກຍູ້ການພົວພັນລະຫວ່າງພັກຂະບວນການກ້າວຂຶ້ນສັງຄົມນິຍົມ (MAS) ຂອງ ໂລລີເວຍ ແລະ ພັກຄອມມູນິດ ຫວຽດນາມ, ແລກປ່ຽນບົດຮຽນປະສົບການກ່ຽວກັບການນຳພາຂອງພັກຄອມມູນິດ ຫວຽດນາມ ໃນການຄຸ້ມຄອງບໍລິຫານ, ສ້າງສາ ແລະ ພັດທະນາປະເທດຊາດ. ທ່ານປະທານາທິບໍດີ Arce ເນັ້ນໜັກວ່າ ບຸລິມະສິດຂອງ ໂບລີເວຍ ແມ່ນຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດທີ່ມີກຳລັງບົ່ມຊ້ອນຄື: ການຄ້າ, ການລົງທຶນ, ການທ່ອງທ່ຽວ, ອຸດສາຫະກຳຂຸດຄົ້ນແຮ່ທາດ, ກະສິກຳ ແລະ ພະລັງງານທົດແທນ.

ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ບຸ່ຍວັນງິ ໃຫ້ຄຳໝັ້ນສັນຍາມານະພະຍາຍາມປະກອບສ່ວນເຂົ້າໃນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອ, ການຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າທີ່ແທດຈິງ, ມີປະສິດທິຜົນ, ຂຸດຄົ້ນກຳລັງບົ່ມຊ້ອນໃນການຮ່ວມມືດ້ານວັດທະນະທຳ, ການສຶກສາ, ທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ.

(ແຫຼ່ງຄັດຈາກ VOV)

ກວດກາລະບົບຂໍ້ມູນຂ່າວສານ, ຮັບປະກັນການເຄື່ອນໄຫວລຸລ່ວງໃຫ້ແກ່ອຳນາດການປົກຄອງ 2 ຂັ້ນ ກ່ອນວັນທີ 30 ມິຖຸນາ

ກວດກາລະບົບຂໍ້ມູນຂ່າວສານ, ຮັບປະກັນການເຄື່ອນໄຫວລຸລ່ວງໃຫ້ແກ່ອຳນາດການປົກຄອງ 2 ຂັ້ນ ກ່ອນວັນທີ 30 ມິຖຸນາ

ທ່ານຮອງນາຍົກລັດຖະມົນຕີເນັ້ນໜັກວ່າ ຕ້ອງສຸມໃສ່ບັນດາໜ້າທີ່ຈຸດສູມຄື: ພື້ນຖານໂຄງລ່າງອິນເຕີເນັດ, ຄວາມປອດໄພ ຄວາມໝັ້ນຄົງດ້ານຂໍ້ມູນ.

Top