ທ່ານຮອງນາຍົກລັດຖະມົນຕີເນັ້ນໜັກວ່າ ຕ້ອງສຸມໃສ່ບັນດາໜ້າທີ່ຈຸດສູມຄື: ພື້ນຖານໂຄງລ່າງອິນເຕີເນັດ, ຄວາມປອດໄພ ຄວາມໝັ້ນຄົງດ້ານຂໍ້ມູນ.
ຕອນບ່າຍວັນທີ 24 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈິຢຸງ ໄດ້ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ກ່ຽວກັບການຜັນຂະຫຍາຍບັນດາລະບົບຂໍ້ມູນຂ່າວສານ ຕອບສະໜອງຄວາມຮຽກຮ້ອງສັບຊ້ອນຫົວໜ່ວຍບໍລິຫານຕາມຮູບແບບໃໝ່.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີເນັ້ນໜັກວ່າ ຕ້ອງສຸມໃສ່ບັນດາໜ້າທີ່ຈຸດສູມຄື: ພື້ນຖານໂຄງລ່າງອິນເຕີເນັດ, ຄວາມປອດໄພ ຄວາມໝັ້ນຄົງດ້ານຂໍ້ມູນ; ນຳໃຊ້ຊອບແວລວມໃຫ້ທົ່ວແຂວງ, ລະບົບເອກະສານ… ສຳລັບລະບຽບການບໍລິຫານທີ່ຍັງບໍ່ທັນເຮັດອອນໄລທົ່ວແຂວງ, ບັນດາຫົວໜ່ວຍທີ່ກ່ຽວຂ້ອງຕ້ອງດັດປັບລະບົບ, ຮັບປະກັນໃຫ້ສະໜອງເຮັດທາງອອນໄລທົ່ວແຂວງຢູ່ປະຕູຖານການບໍລິການສາທາລະນະແຫ່ງຊາດກ່ອນວັນທີ 30 ມິຖຸນາ.
“ບັນດາກະຊວງ, ຂະແໜງການມີໜ້າທີ່ຄວາມຮັບຜິດຊອບສົມທົບກັບບັນດາທ້ອງຖິ່ນ ພ້ອມກັນແກ້ໄຂໃນທັນທີ. ບັນດາແຂວງ, ນະຄອນລ້ວນແຕ່ອັບເດັດຂໍ້ມູນຢ່າງເປີດເຜີຍບັນດາແຫຼ່ງຂໍ້ມູນດັ່ງກ່າວ, ໂດຍສະເພາະແມ່ນບັນດາລະບຽບການກ່ຽວກັບຂັ້ນຕອນ ພາຍຫຼັງທີ່ບັນດາກະຊວງ, ອົງການທຽບເທົ່າກະຊວງປະກາດບັນດາລະບຽບການບໍລິຫານ. ດັດປັບພາຍໃນກ່ຽວກັບຂັ້ນຕອນເອເລັກໂຕນິກ, ການບໍລິການທາງອອນໄລ, ຮັບປະກັນການປະຕິບັດບັນດາລະບຽບການບໍລິຫານ ຈາກການສະໜອງການບໍລິການສາທາລະນະໃຫ້ລຸລ່ວງ, ມີປະສິດທິຜົນ ບໍ່ຖືກຂາດວັກຂາດຕອນນັບແຕ່ວັນທີ 01 ກໍລະກົດ”.
(ແຫຼ່ງຄັດຈາກ VOV)