• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂທ​ລະ​ເລກ, ຈົດ​ໝາຍ, ສານ​ຊົມ​ເຊີຍ​ປະ​ທານ​ປະ​ເທດ ເລືອງ​ເກືອງ

ເນື່ອງໃນໂອກາດທ່ານ ເລືອງເກືອງ ໄດ້ຮັບການເລືອກຕັ້ງຈາກສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໃຫ້ດຳລົງຕຳແໜ່ງເປັນປະທານປະເທດແຫ່ງ ສສ.ຫວຽດນາມ, ການນຳບັນດາປະເທດ ຈີນ, ກຳປູເຈຍ, ກູບາ, ລັດເຊຍ ໄດ້ສົ່ງໂທລະເລກ, ຈົດໝາຍ, ສານຊົມເຊີຍ.
ທ່ານປະທານປະເທດ ຫວຽດນາມ ເລືອງເກືອງ (ພາບ: TTXVN)

ທ່ານເລຂາທິການໃຫຍ່ ຄະນະບໍລິການງານສູນກາງພັກຄອມມູນິດ ຈີນ, ປະທານປະເທດແຫ່ງ ສປ. ຈີນ ສີຈິນຜິງ ຢັ້ງຢືນວ່າ ຈີນຖືການພັດທະນາການພົວພັນ ຈີນ - ຫວຽດນາມ ເປັນສຳຄນ, ສະໜັບສະໜູນ ຫວຽດນາມ ກ້າວເຂົ້າສູ່ເສັ້ນທາງສັງຄົມນິຍົມແມ່ນແທດເໝາະກັບສະພາບການຂອງ ຫວຽດນາມ, ສະໜັບສະໜູນ ຫວຽດນາມ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ ຄອມມູນິດ ຫວຽດນາມ ໃຫ້ເປັນຢ່າງດີ. ທ່ານເລຂາທິການໃຫຍ່, ປະທານປະເທດ ສີຈີນຜິງ ສະແດງຄວາມພ້ອມທີ່ຈະພ້ອມກັບທ່ານປະທານປະເທດ ເລືອງເກືອງ ນຳພາການສ້າງປະຊາຄົມແບ່ງປັນອະນາຄົດ ຈີນ - ຫວຽດນາມ ເຂົ້າສູ່ລວງເລິກ, ແທດຈິງ, ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ປະຊາຊົນສອງປະເທດ.

ກະສັດ ກຳປູເຈຍ Preah Karuna Preah Bat Samdech Preah Boromneath Norodom Sihamoni ແລະ ທ່ານປະທານສະພາສູງ ກຳປູເຈຍ Samdech Techo Hun Sen ໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງທ່ານປະທານປະເທດ ເລືອງເກືອງ, ຫວຽດນາມ ຈະຍາດໄດ້ຜົນສຳເລັດອັນໃຫຍ່ຫຼວງ, ມີການພັດທະນາຢ່າງວ່ອງໄວໃນທຸກຂົງເຂດ ແລະ ຮັກສາບົດບາດສຳຄັນໃນພາກພື້ນ ແລະ ໃນໂລກ.

ທ່ານເລຂາຜູ້ໜຶ່ງ ຄະນະບໍລິຫານງານສູນກາງພັກຄອມມູນິດ ກູບາ, ທ່ານປະທານປະເທດ ສ. ກູບາ Miguel Diaz Canel Bermudez ສະແດງຄວາມເຊື່ອໝັ້ນວ່າ ການນຳສອງປະເທດ ຈະສືບຕໍ່ເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມອັນດີງາມລະຫວ່າງສອງປະເທດເລິກເຊິ່ງກວ່າອີກ.

ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ສະແດງຄວາມຫວັງວ່າ ທ່ານປະທານປະເທດ ເລືອງເກືອງ ຈະສືບຕໍ່ຊຸກຍູ້ເພີ່ມທະວີການຮ່ວມມືສອງຝ່າຍໃຫ້ມີປະສິດທິຜົນກວ່າໃນບັນດາຂົງເຂດເພື່ອແນໃສ່ຕອບສະໜອງຜົນປະໂຫຍດພື້ນຖານຂອງປະຊາຊົນສອງປະເທດ ກໍຄື ຮັບປະກັນຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ ອາຊີ - ປາຊີຟິກ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ບໍ່​ປະ​ໃຫ້​ບັນ​ດາ​ຮາກ​ຖານ​ການ​ແພດ​ຂາດ​ເຂີນ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ, ບໍ່​ປະ​ໃຫ້​ປະ​ຊາ​ຊົນ​ຂາດ​ເຂີນ​ຢຸກ​ຢາ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ບໍ່​ປະ​ໃຫ້​ບັນ​ດາ​ຮາກ​ຖານ​ການ​ແພດ​ຂາດ​ເຂີນ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ, ບໍ່​ປະ​ໃຫ້​ປະ​ຊາ​ຊົນ​ຂາດ​ເຂີນ​ຢຸກ​ຢາ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ບໍ່​ປະ​ໃຫ້​ບັນ​ດາ​ຮາກ​ຖານ​ການ​ແພດ​ຂາດ​ເຂີນ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ, ບໍ່​ປະ​ໃຫ້​ປະ​ຊາ​ຊົນ​ຂາດ​ເຂີນ​ຢຸກ​ຢາ

Top