• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂທລະເລກ, ຈົດໝາຍຢື້ຢາມຖາມຂ່າວຕໍ່ເລື່ອງ ຫວຽດນາມ ຖືກຜົນສະທ້ອນຈາກພາຍຸ Yagi

ອັງກິດ ພ້ອມແລ້ວຈະສະໜອງເຄື່ອງອຸປະຖຳ, ໜູນຊ່ວຍ ຫວຽດນາມ ຟື້ນຟູການດຳລົງຊີວິດ.
ຫວຽດນາມ ຖືກເສຍຫາຍຢ່າງໜັກໜ່ວງຈາກພາຍຸ Yagi (ພາບປະກອບ: TTXVN)

ເມື່ອແບ່ງປັນກັບ ຫວຽດນາມ ກ່ຽວກັບບັນດາຄວາມເສຍຫາຍຢ່າງໜັກໜ່ວງຈາກພາຍຸ Yagi ກໍ່ຂຶ້ນ, ການນຳຂັ້ນສູງບັນດາປະເທດສືບຕໍ່ສົ່ງຈົດໝາຍ, ໂທລະເລກມາຢື້ຢາມຖາມຂ່າວເຖິງການນຳພັກ, ລັດ ແລະ ປະຊາຊົນ ຫວຽດນາມ.

        ການນຳບັນດາທ່ານຄື: ກະສັດ ບຣູໄນ, ນາຍົກລັດຖະມົນຕີ ສິງກະໂປ, ເຈົ້າຊີວິ ໄທ, ນາຍົກລັດຖະມົນຕີ ໄທ, ນາຍົກລັດຖະມົນຕີ ເຢຍລະມັນ, ເຈົ້າຊີວິດ ແອັດສະປາຍ, ຄະນະກຳມະການເອີລົບ, ເຈົ້າຊີວິດ ນອກແວ, ປະທານາທິບໍດີ ຢູເບກິດສະຖານ, ການນຳພັກກອມມູນິດ ບັນດາປະເທດ: ອິນເດຍ, ປອກຕຸຍການ, ຝລັ່ງ ໄດ້ສົ່ງໂທລະເລກ, ຈົດໝາຍມາຢື້ຢາມຖາມຂ່າວ, ແບ່ງປັນກັບ ຫວຽດນາມ ກ່ຽວກັບບັນດາຄວາມຫຍຸ້ງຍາກ, ຄວາມເສຍຫາຍຢ່າງໃຫຍ່ຫຼວງທາງດ້ານຊີວິດອິນຊີທີ່ພາຍຸ Yagi ກໍ່ຂຶ້ນ, ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງເຖິງພັກ, ລັດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ພິເສດແມ່ນບັນດາຄອບຄົວຖືກຜົນສະທ້ອນໂດຍກົງຈາກພາຍຸ.

        ທ່ານນາຍົກລັດຖະມົນຕີ ອັງກິດ ກໍ່ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈເຖິງລັດຖະບານ ແລະ ປະຊາຊົນ ຫວຽດນາມ, ສະແດງຄວາມປະທັບໃຈຕໍ່ບັນດາຄວາມມານະພະຍາຍາມຂອງລັດຖະບານ, ກຳລັງກອງທັບ, ຕຳຫຼວດ ຫວຽດນາມ ກໍຄືບັນດາທ້ອງຖິ່ນໃນການຮັບມືກັບໄພທຳມະຊາດນີ້; ທ່ານຢືນຢັນວ່າ, ອັງກິດ ພ້ອມແລ້ວຈະສະໜອງເຄື່ອງອຸປະຖຳ, ໜູນຊ່ວຍ ຫວຽດນາມ ຟື້ນຟູການດຳລົງຊີວິດ.

(ແຫຼ່ງຄັດຈາກ VOV)

ສ້າງ​ແຮງ​ກະ​ຕຸ້ນ​ໃໝ່, ຍົກ​ລະ​ດັບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ກັບ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ

ສ້າງ​ແຮງ​ກະ​ຕຸ້ນ​ໃໝ່, ຍົກ​ລະ​ດັບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ກັບ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ

ທ່ານ ເລ​ຮ່​ວາຍ​ຈຸງ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ເນັ້ນ​ໜັກ​ວ່າ ການ​ຢ້ຽມ​ຢາມ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ​ດ້ວຍ​ ​ບັນ​ດາ​ເປົ້າ​ໝາຍ​ທີ່​ວາງ​ອອກ​ບັນ​ລຸ​ໄດ້​ລະ​ດັບ​ສູງ.

Top