• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂທລະເລກຢື້ຢາມຖາມຂ່າວຂອງທ່ານນາຍົກລັດຖະມົນຕີລາວທອງລຸນ ສີສຸລິດ

ໂດຍຕາງໜ້າໃຫ້ພັກ, ລັດ, ປະຊາຊົນລາວ ອ້າຍນ້ອງ ແລະ ຂ້າພະເຈົ້າເອງຂໍສົ່ງຄຳຢື້ຢາມຖາມຂ່າວ ແລະ ເຫັນອົກເຫັນໃຈເຖິງບັນດາເພື່ອນສະຫາຍ ແລະ ຜ່ານເພື່ອນສະຫາຍສົ່ງເຖິງປະຊາຊົນຫວຽດນາມ ອ້າຍນ້ອງ, ໂດຍສະເພາະແມ່ນບັນດາພໍ່ແມ່ປະຊາຊົນຖືກຜົນສະທ້ອນຈາກພາຍຸຫົວນີ້.


ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ

(ພາບ: TTXVN)


ໂດຍໄດ້ຮັບຂ່າວວ່າ ພາຍຸໂນອິນ ໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງທາງດ້ານຊີວິດອິນຊີ ແລະ ສັບສົນບັດຂອງປະຊາຊົນຢູ່ບັນດາແຂວງທາງພາກກາງຫວຽດນາມ, ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ. ໃນໂທລະເລກມີຕອນຂຽນວ່າ: ຂ້າພະເຈົ້າມີຄວາມເປັນຫ່ວງເມື່ອໄດ້ຮັບຂ່າວວ່າ ພາຍຸໂນອິນ ໄດ້ພັດເຂົ້າທາງພາກກາງຫວຽດນາມ, ກໍ່ຄວາມເສຍຫາຍຢ່າງໜັກໜ່ວງທາງດ້ານຊີວິດອິນຊີ ແລະ ສັບສົມບັດຂອງປະຊາຊົນບັນດາແຂວງທາງພາກກາງຫວຽດນາມ ອ້າຍນ້ອງ. ໂດຍຕາງໜ້າໃຫ້ພັກ, ລັດ, ປະຊາຊົນລາວ ອ້າຍນ້ອງ ແລະ ຂ້າພະເຈົ້າເອງຂໍສົ່ງຄຳຢື້ຢາມຖາມຂ່າວ ແລະ ເຫັນອົກເຫັນໃຈເຖິງບັນດາເພື່ອນສະຫາຍ ແລະ ຜ່ານເພື່ອນສະຫາຍສົ່ງເຖິງປະຊາຊົນຫວຽດນາມ ອ້າຍນ້ອງ, ໂດຍສະເພາະແມ່ນບັນດາພໍ່ແມ່ປະຊາຊົນຖືກຜົນສະທ້ອນຈາກພາຍຸຫົວນີ້. ລັດຖະບານ ແລະ ປະຊາຊົນລາວ ຍາມໃດກໍ່ຮຽງບ່າຮຽງໄຫຼ່ພ້ອມກັບພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ໃນຈຸດເວລາທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ເພີ່ມພູມຄູນສ້າງມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ ແລະ ຫວຽດນາມ.
(ແຫຼ່ງຄັດຈາກ VOV)

ກອງປະຊຸມສຸດຍອດ ກາຊາ ຢູ່ ອີຢິບ: ສິ່ງທົດສອບໃຫ້ແກ່ສັນຕິພາບເຂດຕາເວັນອອກກາງ

ກອງປະຊຸມສຸດຍອດ ກາຊາ ຢູ່ ອີຢິບ: ສິ່ງທົດສອບໃຫ້ແກ່ສັນຕິພາບເຂດຕາເວັນອອກກາງ

ການອຸປະຖຳມະນຸດສະທຳໄດ້ເລີ່ມສົ່ງເຂົ້າເຂດນີ້ແລ້ວ, ລວມມີ “ລົດຂົນສົ່ງນັບຮ້ອຍຄັນໄດ້ຂົນສົ່ງອາຫານ, ເຄື່ອງອຸປະກອນການແພດ ແລະ ບັນດາເຄື່ອງຂອງທີ່ຈຳເປັນ”.

Top