• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ: ພົນ​ລະ​ເມືອງ ຫວຽດ​ນາມ ຢູ່ ອິດ​ສະ​ຣາ​ແອັນ ຍັງ​ປອດ​ໄພ

ທ່ານນາງ ຟ້າມທູຮັ່ງ ໃຫ້ຮູ້ວ່າ ປັດຈຸບັນ, ພົນລະເມືອງ ຫວຽດນາມ ທັງໝົດ ທີ່ຢູ່ ອິດສະຣາແອັນ ລ້ວນແຕ່ປອດໄພ. ພ້ອມດຽວກັນນັ້ນ, ກະຊວງການຕ່າງປະເທດ ຫວຽດນາມ ກໍກ່າວເຕືອນວ່າ ພົນລະເມືອງ ຫວຽດນາມ ບໍ່ຄວນໄປຍັງ ອິດສະຣາແອັນ ໃນໄລຍະນີ້ ຖ້າຫາກວ່າ ບໍ່ມີຄວາມຈຳເປັນ.
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)

ຕອນບ່າຍວັນທີ 26 ຕຸລາ, ຢູ່ການຖະແຫຼງຂ່າວສາມັນ ກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບສະພາບການພົນລະເມືອງ ຫວຽດນາມ ຢູ່ເຂດປະທະກັນຢູ່ຕາເວັນອອກກາງ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ ໃນຊຸມວັນຜ່ານມາ, ສະພາບການຢູ່ພາກພື້ນຕາເວັນອອກກາງ ຍັງສືບຕໍ່ມີການຜັນແປຢ່າງສັບສົນ. ວັນທີ 23 ຕຸລາ ຜ່ານມາ, ຄະນະຊີ້ນຳວຽກງານປົກປ້ອງພົນລະເມືອງຂອງກະຊວງການຕ່າງປະເທດ ໄດ້ໂຮມປະຊຸມ ແລະ ປຶກສາຫາລືກ່ຽວກັບບັນຫາປົກປ້ອງພົນລະເມືອງ ຫວຽດນາມ ຢູ່ເຂດປະທະກັນ ຕໍ່ໜ້າສະພາບການຄວາມເຄັ່ງຕຶງຢູ່ ຕາເວັນອອກກາງ ທີ່ພວມເພີ່ມຂຶ້ນ.

“ກະຊວງການຕ່າງປະເທດ ໄດ້ ແລະ ກຳລັງສືບຕໍ່ຊີ້ນຳບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ອິດສະຣາແອັນ, ອາຣັບບີ ຊະອຸດິ ແລະ ອີຢິບ ພ້ອມທັງ ປາແລັດສະຕິນ ຕິດຕາມສະພາບການຢູ່ເຂດເກີດການປະທະກັນຢ່າງໃກ້ຊິດ, ຮີບເລັ່ງປະຕິບັດການສຳຫຼວດກວດກາຄືນຂໍ້ມູນກ່ຽວກັບພົນລະເມືອງ ຫວຽດນາມ ຢູ່ເຂດດັ່ງກ່າວ. ສົມທົບກັບບັນດາອົງການເຈົ້າໜ້າທີ່ທີ່ມີຄວາມຮັບຜິດຊອບຂອງປະເທດປະຈຳຖິ່ນ, ອົງການທີ່ກ່ຽວຂ້ອງຢູ່ພາຍໃນປະເທດ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາວິທີປົກປ້ອງພົນລະເມືອງ, ມາດຕະການໜູນຊ່ວຍ, ຮັບປະກັນຄວາມປອດໄພໃຫ້ພົນລະເມືອງ ຫວຽດນາມ ຢູ່ເຂດເກີດການປະທະກັນໃນກໍລະນີທີ່ຈຳເປັນ”.

ທ່ານນາງ ຟ້າມທູຮັ່ງ ໃຫ້ຮູ້ວ່າ ປັດຈຸບັນ, ພົນລະເມືອງ ຫວຽດນາມ ທັງໝົດ ທີ່ຢູ່ ອິດສະຣາແອັນ ລ້ວນແຕ່ປອດໄພ. ພ້ອມດຽວກັນນັ້ນ, ກະຊວງການຕ່າງປະເທດ ຫວຽດນາມ ກໍກ່າວເຕືອນວ່າ ພົນລະເມືອງ ຫວຽດນາມ ບໍ່ຄວນໄປຍັງ ອິດສະຣາແອັນ ໃນໄລຍະນີ້ ຖ້າຫາກວ່າ ບໍ່ມີຄວາມຈຳເປັນ.

(ແຫຼ່ງຄັດຈາກ VOV)

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ສຳຫຼວດກວດກາລະອຽດຂົງເຂດຄຸ້ມຄອງຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ສຳຫຼວດກວດກາລະອຽດຂົງເຂດຄຸ້ມຄອງຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ

ຮ່າງມະຕິຕ້ອງອັບເດັດ, ເພີ່ມເຕີມບັນດາຂໍ້ກຳນົດຂອງກົດໝາຍໃໝ່ກ່ຽວຂ້ອງເຖິງທີ່ດິນ, ຊັບພະຍາກອນ, ສິ່ງແວດລ້ອມ, ກະສິກຳ.

Top