ດ້ວຍຫົວຂໍ້ “ສຽງເຂດພູພຽງຫີນດັງກ້ອງ”, ວັນບຸນດອກບັກວິດ ຄັ້ງທີ XII ປີ 2026 ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 25 ຕຸລາ, ຢູ່ສະໜາມຫຼວງຊາວໜຸ່ມຕາແສງ ດົ່ງວັນ, ແຂວງ ຕວຽນກວາງ. ເຫດການແມ່ນເພື່ອແນໃສ່ໂຄສະນາຄວາມງາມດ້ານທຳມະຊາດ, ວັດທະນະທຳບັນດາເຜົ່າ, ຊຸກຍູ້ການພັດທະນາການທ່ອງທ່ຽວ ແລະ ແຜ່ກະຈາຍພາບພົດເຂດພູພຽງຫີນ ດົ່ງວັນ ໄປສູ່ແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ສາກົນ.
ລາຍການລວມມີພາກພິທີກຳ ແລະ ພາກວັນບຸນ ດ້ວຍບັນດາລາຍການສະແດງສິລະປະອັນພິເສດ, ປະສານສົມທົບຢ່າງກົມກຽວລະຫວ່າງ ວັດທະນະທຳພື້ນເມືອງ, ສິລະປະຍຸກສະໄໝ; ການຄວັດແກະສະຫຼັກຄວາມງາມທຳມະຊາດ, ມະນຸດ, ສີສັນວັດທະນະທຳບັນດາເຜົ່າ, ພະລັງຊີວິດໃໝ່ຢູ່ ດິນແດນເຂດ ດົ່ງວັນ. ໃນວັນບຸນໄດ້ດຳເນີນບັນດາເຫດການຄື: ວັນບຸນວັດທະນະທຳຊາວເຜົ່າ ໂລໂລ, ວັນບຸນວັດທະນະທຳບັນດາເຜົ່າຕາແສງ ລຸ່ງຕ້າມ, ງານວາງສະແດງຜະລິດຕະພັນ OCOP, ຜະລິດຕະພັນກະເສດ ແລະ ສິນຄ້າທີ່ເປັນເອກະລັກສະເພາະຂອງທ້ອຖິິ່ນ. ສິ່ງທີ່ເປັນໜ້າສົນໃຈແມ່ນ ວັນທີ 31 ຕຸລາ ຈະດຳເນີນລາຍການສະແດງດົນຕີ rock “ຈິດໃຈຫີນ” ຄັ້ງທີ II ຢູ່ເຂດສວນສາທາລະນະ ທໍລະນີສາດທົ່ວໂລກ UNESCO ພູພຽງຫີນ ດົ່ງວັນ.






