• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຄສະນາມໍລະດົກ, ປະເທດຊາດ ແລະ ຊາວ ຫວຽດນາມ ຜ່ານບັນດາພາຫະນະສື່ມວນຊົນ ລາວ

      ໃນຂອບເຂດບົດບັນທຶກຂໍ້ຕົກລົງການຮ່ວມມືລະຫວ່າງກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ, ແຕ່ປີ 2012 ມາຮອດປັດຈຸບັນ, ກົມສື່ມວນຊົນ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຈັດຕັ້ງຊຸດຝຶກອົບຮົມວິຊາການສື່ມວນຊົນໃຫ້ແກ່ບັນດານັກຂ່າວລາວໄດ້ 22 ຊຸດ, ແນໃສ່ໜູນຊ່ວຍ, ຍົກສູງວິຊາການໃນການອອກຂ່າວ ແລະ ບົດໂຄສະນາກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ ຜ່ານພາຫະນະສື່ມວນຊົນຂອງ ລາວ. 
ຕໍ່ໄປນີ້, ຂໍເຊີນທ່ານຜູ້ຟັງພ້ອມກັນຊອກຮູ້ກ່ຽວກັບວຽກງານຝຶກອົບຮົມດ້ານວິຊາການສື່ມວນຊົນໃຫ້ ລາວ ໂດຍຜ່ານບົດຂຽນທີ່ມີຫົວຂໍ້ວ່າ: “ໂຄສະນາມໍລະດົກ, ປະເທດຊາດ ແລະ ຊາວ ຫວຽດນາມ ໃນບັນດາພາຫະນະສື່ມວນຊົນລາວ” ຂອງນັກຂ່າວ ເຈິ່ນຕ໊ວນ.

ບັນດານັກຂ່າວລາວໄດ້ຮັບໃບຢັ້ງຢືນຊຸດຝຶກອົບຮົມ
      ທ້າຍປີ 2018 ຜ່ານມາ, ກົມສື່ມວນຊົນໄດ້ຈັດຕັ້ງຊຸດຝຶກອົບຮົມທັກສະການຂຽນຂ່າວ ແລະ ບົດກ່ຽວກັບມໍລະດົກໃຫ້ແກ່ບັນດານັກຂ່າວລາວ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນທ໊າຍຟຽນ, ຮອງຫົວໜ້າກົມສື່ມວນຊົນຕີລາຄາວ່າ: ລາວ ເປັນປະເທດທີ່ມີຈຳນວນບັນດາມໍລະດົກວັດທະນະທຳທຳມະຊາດ ແລະ ວັດທະນະທຳບໍ່ເປັນວັດຖຸຫລາຍຮູບຫລາຍແບບ, ດ້ວຍພື້ນຖານວັດທະນະທຳທີ່ເປັນເອກະລັກສະເພາະ ແລະ ບໍ່ແມ່ນວ່າ ຢູ່ບ່ອນໃດກໍ່ມີ. ເພື່ອອະນຸລັກຮັກສາ ແລະ ພັດທະນາບັນດາມໍລະດົກວັດທະນະທຳທຳມະຊາດ, ມໍລະດົກວັດທະນະທຳບໍ່ເປັນວັດຖຸ ແລະ ບັນດາພື້ນຖານວັດທະນະທຳທີ່ເປັນເອກະລັກສະເພາະຂອງ ລາວ ນັ້ນ, ແມ່ນວຽກງານບໍ່ງ່າຍດາຍ. ທ່ານ ຫງວຽນທ໊າຍຟຽນ ໃຫ້ຮູ້ວ່າ:
ໃນວິວັດການອະນຸລັກຮັກສາ, ຂ້າພະເຈົ້າຄິດວ່າ ບົດບາດຖະແຫຼງຂ່າວສື່ສານຂອງສື່ມວນຊົນແມ່ນສຳຄັນທີ່ສຸດ. ເຮັດແນວໃດ ເພື່ອໃຫ້ສື່ມວນຊົນໂຄສະນາໃຫ້ປະຊາຊົນ ແລະ ທົ່ວສັງຄົມ, ບໍ່ພຽງແຕ່ເຂົ້າໃຈໄດ້ຄຸນຄ່າຂອງບັນດາມໍລະດົກເທົ່ານັ້ນ ຫາກຍັງຊ່ວຍໃຫ້ປະຊາຊົນ ແລະ ທົ່ວສັງຄົມເຂົ້າໃຈ ແລະ ປົກປັກຮັກສາ, ຍົກສູງສະຕິຮັກສາບັນດາມໍລະດົກເປັນຢ່າງດີອີກດ້ວຍ.

ຄະນະສື່ມວນຊົນລາວຢ້ຽມຢາມພະລາດສະວັງ ທັງລອງ
      ເຂົ້າຮ່ວມຊຸດຝຶກອົບຮົມການຂຽນຂ່າວ ແລະ ບົດກ່ຽວກັບມໍລະດົກຄັ້ງນີ້, ລວມມີນັກຂ່າວ 15 ຄົນທີ່ມາຈາກ 11 ພາກສ່ວນຂອງສື່ມວນຊົນຂັ້ນສູນກາງລາວຄື: ສຳນັກຂ່າວສານ ລາວ, ໂທລະພາບແຫ່ງຊາດ, ວິທະຍຸກະຈາຍສຽງແຫ່ງຊາດ; ໜັງສືພິມປະຊາຊົນ; ໜັງສືພິມກອງທັບ; ໜັງສືພິມປ້ອງກັນຄວາມສະຫງົບ…
      ໃນຂອບເຂດຊຸດຝຶກອົບຮົມແຕ່ວັນທີ 19 – 25 ທັນວາ 2018, ບັນດານັກຂ່າວລາວຍັງໄດ້ໄປທັດສະນະສຶກສາຢູ່ປູຊະນີຍະສະຖານບາງແຫ່ງ, ມໍລະດົກຢູ່ບັນດາແຂວງ ກວາງບີງ, ເຫວ້ ແລະ ນະຄອນ ໂຮ່ຈີມິນ.

ຖ້ຳ ຟອງຍາ
      ຖ້ຳ ຟອງຍາ ຂຶ້ນກັບປ່າສະຫງວນແຫ່ງຊາດ ຟອງຍາ - ແກບາງ, ໂດຍ UNESCO ຮັບຮອງເອົາເປັນມໍລະດົກທຳມະຊາດໂລກ. ດ້ວຍລວງຍາວ 7.729 ແມັດ, ເລິກ 83 ແມັດ, ສູງ 50 ແມັດ ແລະ ມີຖ້ຳນ້ອຍຫລາຍຖ້ຳຄື: ຖ້ຳ ບີກີ, ຖ້ຳ ຕຽນ (ເທວະດາ) ແລະ ຖ້ຳ ກູງດີງ (ພະລາດຊະວັງ)…ນີ້ແມ່ນຖ້ຳນ້ຳທີ່ໄຫຼລອດພູ ດ້ວຍລະບົບນົມຫີນທີ່ເປັນເອກະລັກສະເພາະຫລາຍຊະນິດ, ບັນດານົມຫີນໃນຖ້ຳ ຟອງຍາ ໄດ້ຮັບການຕີລາຄາວ່າ ແມ່ນສວຍງາມ ແລະ ໄດ້ຜ່ານໄລຍະເປັນຮູບປະທຳນັບລ້ານປີ. ນອກຈາກໄປຢ້ຽມຢາມ, ຄົ້ນຫາບັນດາມໍລະດົກທຳມະຊາດ, ວັດທະນະທຳ, ສະຖານທີ່ປະຫວັດສາດ, ທ່ອງທ່ຽວຢູ່ແຂວງ ກວາງບີງ. ຄະນະສື່ມວນຊົນລາວ ຍັງໄດ້ໄປຢ້ຽມຢາມເຂດປູຊະນີຍະສະຖານກຸງເກົ່າ ເຫວ້ ຖືກ UNESCO ຮັບຮອງເອົາແມ່ນມໍລະດົກວັດທະນະທຳໂລກ. 

ພະລາດຊະວັງ ເຫວ້
ໃນໄລຍະຈະມາເຖິງ, ກົມສື່ມວນຊົນສືບຕໍ່ເປີດກ້ວາງການບຳລຸງສ້າງ, ຝຶກອົບຮົມທັກສະໃຫ້ແກ່ບັນດານັກຂ່າວລາວຄື: ທັກສະເຮັດຂ່າວທັນສະໄໝໃຫ້ນັກຂ່າວ ລາວ; ທັກສະການອອກຂ່າວກ່ຽວກັບບັນດາເຫດການໃຫຍ່; ສາລະຄະດີສືບສວນ…ເພື່ອຊ່ວຍໃຫ້ບັນດານັກຂ່າວລາວ ຍົກສູງວິຊາການດີກ່ວາອີກ ໃນການຂຽນຂ່າວ, ບົດຜ່ານບັນດາພາຫະນະສື່ມວນຊົນຂອງລາວ./.
 (ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ສະ​ພ​າ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ພົບ​ປະ​ກັບ​ພະ​ນັກ​ງານ, ລັດ​ຖະ​ກອນ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ໄທ

ທ່ານ​ປະ​ທານ​ສະ​ພ​າ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ພົບ​ປະ​ກັບ​ພະ​ນັກ​ງານ, ລັດ​ຖະ​ກອນ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ໄທ

ສອງປະເທດພວມມານະພະຍາຍາມມຸ່ງໄປເຖິງການນຳວົງເງິນການຄ້າບັນລຸລະດັບ 25 ຕື້ USD ຕາມທິດຸ່ນດ່ຽງກ່ວາ. ນີ້ແມ່ນໜ້າທີ່ຂອງສະຖານທູດ, ພິເສດແມ່ນຂອງພະນັກງານການຄ້າ.

Top