ເຖິງວ່າສົງຄາມໄດ້ຜ່ານພົ້ນໄປດົນແລ້ວກໍ່ຕາມ, ແຕ່ຍັງມີອັດຖິຜູ້ເສຍສະຫຼະຊີວິດເກືອບ 200.000 ຄົນທີ່ຍັງບໍ່ທັນຊອກເຫັນ; ມີອັດຖິເກືອບ 300.000 ອັດຖິໄດ້ເຕົ້າໂຮມຢູ່ບັນດາເຂດສຸສານແຕ່ຍັງບໍ່ທັນໄດ້ຢັ້ງຢືນຊື່ ແລະ ນາມສະກຸນເທື່ອ. ໃນສະພາບການນັ້ນ, ໂຄງການດັ່ງກ່າວໂດຍສູນ ຫວຽດນາມ ແລະ ເກັບສຳເນົາ ຫວຽດນາມ Sam Johnson (VNCA) ແລະ ສະຖາບັນສັນຕິພາບ ແລະ ການປະທະກັນ (IPAC) ຂຶ້ນກັບມະຫາວິທະຍາໄລເຕັກໂນໂລຊີ Texas (Texas Tech University) ເປັນປະທານຄົ້ນຄວ້າເອກະສານທີ່ໄດ້ເກັບຮັກສາ ແລະ ໄດ້ຮັບຄວາມຫວັງວ່າ ຈະປະກອບສ່ວນສຳຄັນເຂົ້າໃນວິວັດການຊອກຫາຜູ້ຫາຍສາບສູນ. ໂຄງການສະແດງໃຫ້ເຫັນຈິດໃຈມະນຸດສະທຳ, ພ້ອມກັນນັ້ນ ກໍ່ຊຸກຍູ້ການຮ່ວມມື ແລະ ການໄກ່ເກ່ຍປອງດອງອັນຍາວນານລະຫວ່າງ ຫວຽດນາມ ແລະ ອາເມລິກາ.
ໃນໄລຍະ 2023 – 2025, ບັນດາຝ່າຍໄດ້ສົມທົບກັນແນະນຳສຳເນົາເອກະສານໂດຍຫຍໍ້ນັບຮ້ອຍສະບັບ; ພ້ອມກັນນັ້ນ ກໍ່ຊອກຫາຕົວພະຍານປະຫວັດສາດ ເພື່ອມອບພາບຖ່າຍ, ລາຍຫຼັກອັກສອນ, ວັດຖຸສິ່ງຂອງ ທີ່ໄດ້ຫັນເປັນດີຈີຕອນໃຫ້ຜູ້ຕາງໜ້າຍາດຕິພີ່ນ້ອງຜູ້ເສຍສະຫຼະຊີວິດ ແລະ ນັກຮົບເກົ່າກວ່າ 40 ຄົນ. ປະຈຸບັນ,








