• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແອັດສະປາຍ ຈັບຕົວແຮກເກີຖືກສົງໄສວ່າບຸກໂຈມຕີບັນດາປະເທດ ນາໂຕ

ຕຳຫຼວດ ແອັດສະປາຍ ໄດ້ແຈ້ງໃຫ້ຊາບວ່າ, ໄດ້ຈັບຕົວແຮກເກີ 3 ຄົນທີ່ຖືກສົງໄສວ່າ ໄດ້ບຸກໂຈມຕີທາງເຄືອຂ່າຍອິນເຕີແນັດແນໃສ່ ແອັດສະປາຍ ແລະ ບັນດາປະເທດອື່ນ.
ສຳນັກງານ ນາໂຕ ຢູ່ ບຣຸກແຊນ (ແບນຊິກ) (ພາບ: Kyodo/TTXVN)

ວັນທີ 20 ກໍລະກົດ, ຕຳຫຼວດ ແອັດສະປາຍ ໄດ້ແຈ້ງໃຫ້ຊາບວ່າ, ໄດ້ຈັບຕົວແຮກເກີ 3 ຄົນທີ່ຖືກສົງໄສວ່າ ໄດ້ບຸກໂຈມຕີທາງເຄືອຂ່າຍອິນເຕີແນັດແນໃສ່ ແອັດສະປາຍ ແລະ ບັນດາປະເທດອື່ນ ໃນອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ) ດ້ວຍຈຸດປະສົງກໍການຮ້າຍ.

ກຳລັງປົກປ້ອງພົນລະເຮືອນ ແອັດສະປາຍ ໃຫ້ຮູ້ວ່າ, ບັນດາຜູ້ຖືສົງໄສດັ່ງກ່າວຖືກຈັບຕົວ ດ້ວຍຄຳກ່າວຫາວ່າເຂົ້າຮ່ວມການບຸກໂຈມຕີທາງເຄືອຂ່າຍອິນເຕີແນັດແບບບໍ່ໃຫ້ຕອບສະໜອງການບໍລິການ (DDoS) ແນໃສ່ບັນດາອົງການລັດຖະບານ ແລະ ບັນດາຂົງເຂດຍຸດທະສາດ. ຕຳຫຼວດໃຫ້ຮູ້ວ່າ, ບັນດາການຈັບຕົວຈັດຂຶ້ນຢູ່ Manacor ຢູ່ເຂດເກາະ Mallorca ຂຶ້ນກັບໝູ່ເກາະ Balearic ຂອງ ແອັດສະປາຍ, ກໍຄືຢູ່ Huelva ແລະ  Seville, ທາງພາກໃຕ້ ແອັດສະປາຍ.

(ແຫຼ່ງຄັດຈາກ VOV)

ສື່ມວ​ນ​ຊົນ ລາວ ໃຫ້​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ສື່ມວ​ນ​ຊົນ ລາວ ໃຫ້​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ບັນດາອົງການສື່ມວນຊົນໃຫຍ່ຂອງລາວ ເຊັ່ນ ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ລາວ, ສະຖານີໂທລະພາບແຫ່ງຊາດ ລາວ, ໜັງສືພິມປະຊາຊົນ, Vientiane Times, ປະເທດລາວ, ໄດ້ໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ.

Top