• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແລກປ່ຽນບົດຮຽນກ່ຽວກັບວຽກງານລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ລາວ

ບັນດາອົງການຂອງສະພາແຫ່ງຊາດ, ລັດຖະບານສອງປະເທດມີບົດປະກອບຄວາມເຫັນກ່ຽວກັບບົດຮຽນໃນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ; ນະໂຍບາຍເງິນຕາ, ປີການເງິນ ແລະ ການຄຸ້ມຄອງ, ຂຸດຄົ້ນຊັບພະຍາກອນທຳມະຊາດ.

ບັນດາອົງການຂອງສະພາແຫ່ງຊາດ, ລັດຖະບານສອງປະເທດມີບົດປະກອບຄວາມເຫັນກ່ຽວກັບບົດຮຽນໃນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ; ນະໂຍບາຍເງິນຕາ, ປີການເງິນ ແລະ ການຄຸ້ມຄອງ, ຂຸດຄົ້ນຊັບພະຍາກອນທຳມະຊາດ.

    

ກອງປະຊຸມສຳມະນາລະຫວ່າງສະພາແຫ່ງຊາດ 2 ປະເທດ ຫວຽດນາມ ແລະ ລາວ

(ພາບ quochoi.vn)

ຕອນບ່າຍວັນທີ 12 ກໍລະກົດ, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ລາວ ໄດ້ຈັດກອງປະຊຸມສຳມະນາແລກປ່ຽນບົດຮຽນກ່ຽວກັບວຽກງານ ພາຍໃຕ້ການເປັນປະທານຂອງທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ແລະ ທ່ານຮອງປະທານສະພາແຫ່ງຊາດ ລາວ ສົມມາດ ພົນເສນາ.

        ທີ່ກອງປະຊຸມສຳມະນາ, ບັນດາອົງການຂອງສະພາແຫ່ງຊາດ, ລັດຖະບານສອງປະເທດມີບົດປະກອບຄວາມເຫັນກ່ຽວກັບບົດຮຽນໃນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ; ນະໂຍບາຍເງິນຕາ, ປີການເງິນ ແລະ ການຄຸ້ມຄອງ, ຂຸດຄົ້ນຊັບພະຍາກອນທຳມະຊາດ. ບັນດາຜູ້ແທນຝ່າຍລາວ ປາດຖະໜາຢາກແລກປ່ຽນບົດຮຽນກ່ຽວກັບການເຄື່ອນໄຫວຕິດຕາມກວດກາຂອງ ສະພາແຫ່ງຊາດ ສຳລັບລັດຖະບານໃນການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມແຫ່ງຊາດ; ການເຄື່ອນໄຫວອອກໃບອະນຸຍາດ, ການຕິດຕາມການຂຸດຄົ້ນແຮ່ທາດ; ບົດຮຽນກ່ຽວກັບການເຄື່ອນໄຫວຕິດຕາມກວດກາການຈັດຕັ້ງປະຕິບັດມະຕິຂອງ ສະພາແຫ່ງຊາດກ່ຽວກັບການຄຸ້ມຄອງໂຄງການລົງທຶນ, ວຽກງານງົບປະມານ - ການເງິນ.

        ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ຢັ້ງຢືນວ່າ ສະພາແຫ່ງຊາດ ຫວຽດນາມ ຈະສົບທົບຢ່າງແໜ້ນແຟ້ນກັບສະພາແຫ່ງຊາດ ລາວ, ສືບຕໍ່ປັບປຸງ, ພັດທະນາການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ຄວາມສະໜິດຕິດພັນໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.

        ສ່ວນທ່ານຮອງປະທານສະພາແຫ່ງຊາດ ລາວ ສົມມາດ ພົນເສນາ ໄດ້ຕີລາຄາສູງຕໍ່ການແບ່ງປັນບັນດາບົດຮຽນອັນລ້ຳຄ່າຂອງ ຫວຽດນາມ ທີ່ກອງປະຊຸມສຳມະນາ ແລະ ໃຫ້ຮູ້ວ່າ ຈະຮັບເອົາ, ສະຫລຸບເພື່ອລາຍງານຕໍ່ການນຳ, ຄະນະປະຈຳສະພາແຫ່ງຊາດ ຮັບໃຊ້ ວຽກງານສ້າງ, ປະກາດໃຊ້, ຕິດຕາມກວດກາການປະຕິບັດນະໂຍບາຍກົດໝາຍກ່ຽວຂ້ອງເຖິງການພັດທະນາເສດຖະກິດ - ສັງຄົມ.

(ແຫຼ່ງຄັດຈາກ VOV)

ປະ​ທານ​ສະ​ພ​າ​ແຫ່ງ​ຊາດ​ອຳ​ນາດ​ການ​ປົກ​ຄອງ​ປະ​ຊາ​ຊົນ ກູ​ບາ Esteban Lazo Hernandez ຢ້ຽມ​ຢາມ ຫວຽດ​ນາມ

ປະ​ທານ​ສະ​ພ​າ​ແຫ່ງ​ຊາດ​ອຳ​ນາດ​ການ​ປົກ​ຄອງ​ປະ​ຊາ​ຊົນ ກູ​ບາ Esteban Lazo Hernandez ຢ້ຽມ​ຢາມ ຫວຽດ​ນາມ

ທ່ານ Esteban Lazo Hernandez ກຳມະການກົມການເມືອງ, ປະທານສະພາແຫ່ງຊາດອຳນາດການປົກຄອງປະຊາຊົນ ກູບາ ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ແຕ່ວັນທີ 24 – 28 ກັນຍາ.

Top