• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແມ່​ຍິງ ທາບ​ເມື່ອຍ, ດົ່ງ​ທາບ Startup ດ້ວຍ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ

ສະໂມສອນ ແມ່ຍິງ Startup ຢູ່ທາບເມື່ອຍ, ແຂວງ ດົ່ງທາບ ໄດ້ສ້າງຕັ້ງຂຶ້ນແຕ່ປີ 2019 ໄດ້ໜູນຊ່ວຍໃຫ້ແກ່ແມ່ຍິງຫຼາຍຄົນ Startup ດ້ວຍບັນດາຜະລິດຕະພັນຂອງທ້ອງຖິ່ນ. ຕໍ່ໜ້າທ່າອ່ຽງໃໝ່ຂອງການສັ່ງຊື້ແບບທາງໄກ, ການຄ້າເອເລັກໂຕນິກ, ສະໂມສອນໄດ້ແນະນຳບັນດາສະມາຊິກປ່ຽນແປງວິທີການດຳເນີນທຸລະກິດ ເພື່ອຕອບສະໜອງໄດ້ຄວາມຕ້ອງການຂອງຕະຫຼາດ.
ເອື້ອຍນ້ອງຝືກຫັດການຂາຍເຄື່ອງ livestream (ພາບ: ຟ້າມຫາຍ)

ນັບແຕ່ຕອນຍັງບໍ່ລຶ້ງ, ຊ້ຳບໍ່ໜຳ ຍັງຮູ້ສຶກອາຍເມື່ອເປັນຄັ້ງທຳອິດ livestream ແນະນຳຜະລິດຕະພັນຂອງຕົນຄັ້ງທຳອິດ ໃນບັນດາສື່ສັງຄົມອອນໄລ, ມາຮອດປັດຈຸບັນ ມີເອື້ອຍນ້ອງຫຼາຍຄົນສາມາດ livestream ຢ່າງເປັນມືອາຊີບ, ມີຄວາມໝັ້ນໃຈໃນການຂາຍເຄື່ອງ, ຍ້ອນມີການແນະນຳ ແລະ ປະຕິບັດຕາມບັນດາການ livestream ຂອງສະໂມສອນ Startup.

ເອື້ອຍ ໂຮ່ທິຢ້ຽມທູຍ, ຫົວໜ້າ ສະໂມສອນ ແມ່ຍິງ Startup ເມືອງທາບເມື່ອຍ, ແບ່ງປັນວ່າ:

ລູກຄ້າເກົ່າເຮົາຕ້ອງຮັກສາ ແລະ ມີອີກວິທີການໜຶ່ງເພື່ອຂາຍເຄື່ອງນັ້ນແມ່ນ Livestream. ຍ້ອນຄວາມຕ້ອງການໃນປັດຈຸບັນແມ່ນ ການຊື້ເຄື່ອງໃນສື່ສັງຄົມອອນໄລນັບມື້ນັບພັດທະນາ, ຢູ່ຊົນນະບົດ ບໍ່ຮູ້ວິທີການຂາຍເຄື່ອງແບບນີ້ ດັ່ງນັ້ນ ສະໂມສອນແມ່ຍິງ ໄດ້ຝືກອົບຮົບໃຫ້ເອື້ອຍນ້ອງຂາຍເຄື່ອງ livestream. ມາຮອດປັດຈຸບັນ, ບັນດາເອື້ອຍນ້ອງໄດ້ຮູ້ວິທີເຮັດ ແລະ ບໍ່ອາຍຄືເມືອກ່ອນແລ້ວ. ປັດຈຸບັນ, ຫ້ອງຝືກອົບຮົມກໍ່ມີຫຼາຍຄົນເຂົ້າຮ່ວມກ່ວາ ຍ້ອນວ່າເຂົາເຈົ້າເຫັນວ່າ ປະສິດທິຜົນຜ່ານການຂາຍເຄື່ອງບົນພື້ນຖານສື່ສັງຄົມອອນໄລຕ່າງໆແມ່ນດີຫຼາຍ.

ເອື້ອຍ ຫງວຽນທິຈີ, ເຈົ້າຂອງຮ້ານຂາຍເຄື່ອງແຫ້ງ ລຽມຈີ, ຕາແສງ ເຈື່ອງຊວັນ, ເມືອງ ທາບເມື່ອຍ ແບ່ງປັນວ່າ ປັດຈຸບັນ ການ Livestream ໃນສື່ສັງຄົມອອນໄລ ເປັນຕົ້ນແມ່ນ Tiktok ແມ່ນຊ່ອງທາງຂາຍເຄື່ອງຕົ້ນຕໍຂອງເອື້ອຍ, ນອກຈາກວິທີການຂາຍເຄື່ອງແບບເກົ່າໃນເມື່ອກ່ອນນັ້ນ:

ໃນເມື່ອກ່ອນ, ຂ້າພະເຈົ້າບໍ່ຮູ້ວິທີຂາຍເຄື່ອງບົນພື້ນຖານທາງໄກ ຄຶ: Facebook, zalo… ຍ້ອນວ່າ ເຮົາບໍ່ຮູ້ວິທີການເອົາບົດຂຽນລົງ, ບໍ່ຮູ້ວິທີຖ່າຍທຳວີດີໂອ. ດົນໆຈຶ່ງເອົາລົງ ເທື່ອໜຶ່ງ ດັ່ງນັ້ນບໍ່ມີລູກຄ້າ. ແຕ່ປັດຈຸບັນ, ພາຍຫຼັງໄດ້ເຂົ້າຮຽນກັບບັນດາຫ້ອງຝືກອົບຮົບ ກໍ່ໄດ້ຮັບການແນະນຳ ຂ້າພະເຈົ້າກໍ່ຮູ້ວິທີການເຮັດແນວໃດເພື່ອສາມາດຂາຍເຄື່ອງໃນບັນດາສື່ສັງຄົມອອນໄລຄື: Facebook, zalo… ພິເສດແມ່ນ Tiktok. ຂ້າພະເຈົ້າໄດ້ຂາຍດີກ່ວາເມື່ອທຽບໃສ່ກັບເມື່ອກ່ອນ. ປັດຈຸບັນ, ຜະລິດຕະພັນເຄື່ອງແຫ້ງຂອງຂ້າພະເຈົ້າໄດ້ຂາຍໄປຍັງທົ່ວທຸກບ່ອນ, ໄປໄກຄື: ຮ່າໂນ້ຍ, ບັກກ້ານ, ບັກຢາງ, ລ້າງເຊີນ.

ວິທີການຂາຍເຄື່ອງ livestream ຊ່ວຍໃຫ້ທຸກຄົນສາມາດເຂົ້າເຖິງລູກຄ້າ ຢ່າງງ່າຍດາຍກ່ວາ (ພາບ: ຟ້າມຫ໋າຍ)

ໃນຂະນະນັ້ນ, ເອື້ອຍ ເຈິ່ນທິຈິງ ເຈົ້າຂອງຮາກຖານຜະລິດ, ດຳເນີນທຸລະກິດເຂົ້າໜົມ ຟາດຮຸຍ ຢູ່ເທດສະບານ ໝີອານ, ເມືອງ ທາບເມື່ອຍ ໃຫ້ຮູ້ວ່າ ພາຍຫຼັງໄດ້ຮັບການແນະນຳວິທີຂາຍເຄື່ອງ Livestream ໃນສື່ສັງຄົມອອນໄລ, ເອື້ອຍກໍ່ໄດ້ Livestream ເພື່ອຂາຍເຄື່ອງ, ຍ້ອນວ່າໄດ້ຂາຍເຄື່ອງໃນຫຼາຍພື້ນຖານສື່ສັງຄົມອອນໄລ ດັ່ງນັ້ນ ຄວາມຕ້ອງການກ່ຽວກັບການຜະລິດເພີ່ມຂຶ້ນທົບ 10 ເທົ່າ, ເປັນຕົ້ນແມ່ນໃນໂອກາດບຸນເຕັດ ຫວຽດນານ. ດັ່ງນັ້ນ, ເອື້ອຍຫາກໍ່ກ້າທີ່ຈະລົງທຶນເຄື່ອງຈັກຜະລິດແບບອັດຕະໂນມັດ. ການຫັນປ່ຽນຈາກການຜະລິດດ້ວຍມືໄປຍັງການຜະລິດແບບອັດຕະໂນມັດ ໄດ້ຊ່ວຍຫຼຸດຜ່ອນແຮງງານ, ຄ່າໃຊ້ຈ່າຍ ແລະ ເພີ່ມສະມັດຕະພາບ:

ຍ້ອນມີການລົງທຶນເຄື່ອງຈັກ ດັ່ງນັ້ນລາຄາກໍ່ດີກວ່າ, ໃບສັ່ງຊື້ສິນຄ້າກໍ່ຫຼາຍກວ່າ ແຕ່ການເຮັດດ້ວຍມືບໍ່ສາມາດເຮັດໄດ້ຫຼາຍ, ບໍ່ຕອບສະໜອງໄດ້ຄວາມຕ້ອງການຂອງຕະຫຼາດ, ບັງຄັບຕ້ອງຫັນປ່ຽນໄປນຳໃຊ້ເຄື່ອງຈັກທີ່ທັນສະໄໝ.

ນອກຈາກການແນະນຳດຳເນີນທຸລະກິດໃນຫຼາຍຊ່ອງທາງແລ້ວ, ສະຫະພັນແມ່ຍິງ ເມືອງ ແລະ ສະໂມສອນ ແມ່ຍິງ Startup ຢູ່ທາບເມື່ອຍ ຍາມໃດກໍ່ເອົາໃຈໃສ່, ສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງ ຂອງທ້ອງຖິ່ນ ເພື່ອໜູນຊ່ວຍ, ແນະນຳສະມາຊິກສະມາຄົມປັບປຸງເອກະສານ, ລະບຽບການ, ໃບຢັ້ງຢືນຜະລິດຕະພັນບັນລຸຄວາມປອດໄພທາງດ້ານສຸຂະອະນາໄມ ສະບຽງອາຫານ, ຈົດທະບຽນຜະລິດຕະພັນ OCOP ເພື່ອຂາຍຜະລິດຕະພັນໄດ້ດີກ່ວາ, ເປັນຕົ້ມແມ່ນຂຸດຄົ້ນບັນດາຊ່ອງຈຳໜ່າຍໃໝ່ ເພື່ອໃຫ້ຜະລິດຕະພັນ Startup ຂອງເອື້ອຍນ້ອງສະມາຊິກເຂົ້າເຖິງຕະຫຼາດຢ່າງມີປະສິດທິຜົນ.

ປີ 2023, ມີຜະລິດຕະພັນ 20 ຢ່າງໄດ້ຮັບການຈົດທະບຽນ Startup. ປັດຈຸບັນ ເມືອງທາບເມື່ອຍ ມີຜະລິດຕະພັນ Startup 47 ຢ່າງ , ສ່ວນຫຼາຍແມ່ນບັນດາຜະລິດຕະພັນດຳເນີນທຸລະກິດ ຂາຍຜ່ານຫຼາຍຊ່ອງທາງ, ອັນໄດ້ນຳລາຍຮັບເປັນປົກກະຕິມາໃຫ້ແກ່ເອື້ອຍນ້ອງແມ່ຍິງ, ສິ່ງພິເສດແມ່ນບັນດາເອື້ອຍນ້ອງແມ່ຍິງໄດ້ປ່ຽນແປງວິທີການດຳເນີນທຸລະກິດເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ ແລະ ຕະຫຼາດ.

(ແຫຼ່ງຄັດຈາກ VOV)

ຮູບ​ແບບ​ແຮກ​ສ່ຽວ ບ້ານ - ບ້ານ ເພີ່ມ​ພູນ​ຄູນ​ສ້າງ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາ​ວ

ຮູບ​ແບບ​ແຮກ​ສ່ຽວ ບ້ານ - ບ້ານ ເພີ່ມ​ພູນ​ຄູນ​ສ້າງ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາ​ວ

ໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໄດ້ຮັບການກໍ່ຕັ້ງ ແລະ ເພີ່ມພູນຄູນສ້າງມາແຕ່ດົນນານ. ໄລ່ມາຮອດປັດຈຸບັນ, ສາຍພົວພັນແບບພິເສດມີໜຶ່ງບໍ່ມີສອງໃນໂລກນີ້ ຍັງສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງດ້ວຍຫຼາຍຮູບແບບການຮ່ວມມື, ພົວພັນແລກປ່ຽນທີ່ແຕກຕ່າງກັນໃນຫຼາກຫຼາຍຂົງເຂດ. ໃນນັ້ນ ຕ້ອງເວົ້າເຖິງຮູບແບບແຮກສ່ຽວ ບ້ານ - ບ້ານ, ເຊິ່ງເປັນຮູບແບບທີ່ມີປະສິດທິຜົນປະກອບສ່ວນເສີມສ້າງຄວາມສາມັກຄີ, ມິດຕະພາບລະຫວ່າງສອງປະເທດ ຫວຽດນາມ - ລາວ.

Top