ຫວຽດນາມ ຖື ອັງກິດ ແມ່ນຄູ່ຮ່ວມມືຍຸດທະສາດຍາວນານ ເພື່ອພ້ອມກັນກຳນົດຮູບແບບບັນດາມາດຕະຖານການຮ່ວມມືໃນສະຕະວັດທີ 21.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ມະຫາວິທະຍາໄລ Oxford (ພາບ: VGP)
ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດລາຍການເດີນທາງໄປຢ້ຽມຢາມ ລາຊະອານາຈັກ ອັງກິດ, ຕອນບ່າຍວັນທີ 28 ຕຸລາ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ໄປຢ້ຽມຢາມມະຫາວິທະຍາໄລ Oxford.
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນເລື່ອງ ຫວຽດນາມ ຖື ອັງກິດ ແມ່ນຄູ່ຮ່ວມມືຍຸດທະສາດຍາວນານ ເພື່ອພ້ອມກັນກຳນົດຮູບແບບບັນດາມາດຕະຖານການຮ່ວມມືໃນສະຕະວັດທີ 21. ຕາມທ່ານແລ້ວ, ໃນໄລຍະຈະມາເຖິງ 2 ປະເທດຕ້ອງສົມທົບກັນຮ່ວມມືລະຫວ່າງຂົງເຂດທີ່ມີທ່າແຮງດ້ານວິທະຍາສາດ, ເຕັກໂນໂລຊີສູງ, ການສຶກສາມະຫາວິທະຍາໄລ, ການຄຸ້ມຄອງຕົວເມືອງ… ຂອງລາຊະອານາຈັກ ອັງກິດ ກັບຄວາມຕ້ອງການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ສ້າງລະບອບລະບຽບການເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມຢູ່ ຫວຽດນາມ.
ກ່ອນໜ້ານັ້ນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ການໂອ້ລົມສົນທະນາກັບບັນດານັກຊ່ຽວຊານເຕັກໂນໂລຊີຂອງ ອັງກິດ ແລະ ໂລກ ກ່ຽວກັບ AI ແລະ ຊິບ. ທ່ານປາດຖະໜາວ່າ ໃນໄລຍະຈະມາເຖິງ ບັນດານັກຊ່ຽວຊານສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍ ຫວຽດນາມ ໃນການພັດທະນາກ່ຽວກັບ AI ແລະ ວິທະຍາສາດ - ເຕັກໂນໂລຊີ.
“ແບ່ງປັນຄວາມຮູ້ ແລະ ບົດຮຽນໃນການວາງແຜນຍຸດທະສາດແຫ່ງຊາດ AI, ພັດທະນາພື້ນຖານໂຄງລ່າງດີຈີຕອນ ແລະ ລະບົບນິເວດນະວັດຕະກຳ. ຊຸກຍູ້ການລົງທຶນ, ຖ່າຍທອດເຕັກໂນໂລຊີ, ນຳໃຊ້ AI ໃນບັນດາຂົງເຂດຈຸດສຸມ, ຄື: ສາທາລະນະສຸກ, ກະສິກຳອັດສະລິຍະ, ການສຶກສາດີຈີຕອນ. ພ້ອມກັບ ຫວຽດນາມ ຜັນຂະຫຍາຍບັນດາໂຄງການຈຸດສຸມກ່ຽວກັບວິທະຍາສາດ - ເຕັກໂນໂລຊີໃຫ້ສຳເລັດຜົນ, ໂດຍສະເພາະແມ່ນໃນບັນດາຂົງເຂດໃໝ່, ນຳໜ້າ ເພື່ອໜູນຊ່ວຍ ຫວຽດນາມ ສ້າງພື້ນຖານເສດຖະກິດປະດິດຄິດສ້າງ, ເຂັ້ມແຂງດ້ວຍຕົນເອງ.”
(ແຫຼ່ງຄັດຈາກ VOV)