• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຜ່​ຂະ​ຫຍາຍ​ວັດ​ທະ​ນະ​ທຳ ຫວຽດ​ນາມ​ ແລະ ​ນ້ຳ​ໃຈ​ສາ​ມັກ​ຄີ, ການ​ພັດ​ທະ​ນາ​ “ເພື່ອ​ອາ​ຊ​ີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ທີ່​ເຂັ້ມ​ແຂງກວ່າ”

ພິທີໄຂງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 (ຊີເກມ 31) ຈະດຳເນີນໃນຕອນຄໍ່່າວັນທີ 12 ພຶດສະພາ ຢູ່ຮ່າໂນ້ຍ. ລາຍການສະແດງສິລະປະໃນພິທີໄຂຊີເກມ 31 ຈະແມ່ນເຫດການທີ່ນຳເອົາຮູບພາບທີ່ສວຍງາມທາງດ້ານວັດທະນະທຳ, ຮີດຄອງປະເພນີ, ຊາວ ຫວຽດນາມ ມາໃຫ້ເພື່ອນມິດທາງັຢູ່ພາຍໃນປະເທດ ແລະ ສາກົນ; ພ້ອມທັງສົ່ງສານຂອງ ຊີເກມ 31 ທີ່ວ່າ “ເພື່ອອາຊີຕາເວັນອອກສ່ຽງໃຕ້ ທີ່ເຂັ້ມແຂງກວ່າ” ສູ່ຜູ້ຊົມຜູ້ເຊີຍຢູ່ພາຍໃນປະເທດ ແລະ ເພື່ອນມິດສາກົນ.

ທຸງຊາດບັນດາປະເທດທີ່ເຂົ້າຮ່ວມງານມະຫາກຳກິລາຊີເກມ ຄັ້ງທີ 31 (ພາບ: TTXVN)

ລາຍການດັ່ງກ່າວລວມມີ 3 ພາກ: ພາກທີ I ແມ່ນ “ຫວຽດນາມ ມາໄມຕິດຈິດ” ດ້ວຍການສະແດງສິລະປະທີ່ເຕັມໄປດ້ວຍສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງປະເທດ ຫວຽດນາມ ທີ່ຮັກແພງແຂກຄົນ, ເປັນມິດສະໜິດສະໜົມກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ; ພາກທີ II ມີຊື່ວ່າ “ອາຊີຕາເວັນອອກສ່ຽງໃຕ້ ທີ່ເຂັ້ມແຂງກວ່າ”, ໂດຍສະແດງໃຫ້ເຫັນກຳລັງແຮງຂອງປະຊາຄົມບັນດາປະເທດ ອາຊຽນ ໃນຂະນະທີ່ຮ່ວມສຳພັນນຳກັນຈະສ້າງເປັນທີ່ຕັ້ງໃນແຜນທີ່ໂລກ; ພາກທີ III ມີຫົວຂໍ້ “ອາຊີຕາເວັນອອກສ່ຽງໃຕ້ ສ່ອງແສງສະຫວ່າງ”, ໂດຍສະແດງໃຫ້ເຫັນກຳລັງແຮງແຫ່ງຄວາມສາມັກຄີ, ນ້ຳໃຈໄມຕີຈິດມິດຕະພາບຂອງ ຫວຽດນາມ ແລະ ບັນດາປະເທດໃນກຸ່ມ ອາຊຽນ ພ້ອມກັນສາມັກຄີສ້າງປະຊາຄົມ ອາຊຽນ ໃຫ້ໝັ້ນຄົງ, ເຂັ້ມແຂງ, ເສີມຂະຫຍາຍບົດບາດ ອາຊຽນ ໃນເວທີສາກົນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top