• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຜ່​ຂະ​ຫຍາຍ​ຈິດ​ໃຈ “​ຫວຽດ​ນາມ​ຕ້ອງ​ມີໄຊ​” ຂອງ​ເຍົາ​ວະ​ຊົນອະ​ນຸ​ຊົນ ຫວຽດ​ນາມ

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງ ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ, ທົ່ວສັງຄົມຍົກສູງນ້ຳໃຈຮັບຜິດຊອບ ໃນການເບິ່ງແຍງ ລຸ້ນໜຸ່ມໂດຍສະເພາະແມ່ນ ເດັກນ້ອຍທີ່ມີຄວາມສ່ຽງ, ດ້ອຍໂອກາດ, ຊ່ວຍຫຼໍ່ລ້ຽງຄວາມໄຝ່ຝັນໃຫ້ພວກນ້ອງຜ່ານຜ່າຄວາມຫຍຸ້ງຍາກໃນການດຳລົງຊີວິດ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກພົບປະຄະນະພວກນ້ອງນ້ອຍນັກຮຽນເຂົ້າຮ່ວມການປະກວດແຕ້ມຮູບ ແລະ ປະດິດແຕ່ງວັນນະຄະດີ “ຫວຽດນາມ ຕ້ອງມີໄຊ” (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄູ ຫວຽດນາມ (ຄືວັນທີ 20 ພະຈິກ), ຕອນບ່າຍວັນທີ 19 ພະຈິກ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະ, ໃຫ້ກຳລັງໃຈ ຄະນະພວກນ້ອງນ້ອຍນັກຮຽນ ທີ່ມາເຂົ້າຮ່ວມການປະກວດແຕ້ມຮູບ ແລະ ປະດິດແຕ່ງວັນນະຄະດີ “ຫວຽດນາມ ຕ້ອງມີໄຊ”. ມີນ້ອງນ້ອຍ 16 ຄົນ ທີ່ເປັນຕົວແທນໃຫ້ນ້ອງນ້ອຍຫຼາຍກ່ວາ 1000 ຄົນ ທີ່ເຄີຍເປັນພະຍາດມະເຮັງ ຫຼືກຳລັງເປັນ ມະເຮັງ, ພະຍາດອັນຕະລາຍ, ກໍ່ລ້ວນແຕ່ແມ່ນຜູ້ເຂົ້າຮ່ວມການປະກວດດັ່ງກ່າວ. ການປະກວດໄດ້ຄັດເລືອກເອົາ 250 ຜົນງານທີ່ດີເດັ່ນໃນຈຳນວນ 2.300 ຜົນງານທີ່ສົ່ງເຂົ້າມາປະກວດ ເພື່ອນຳໄປວາງສະແດງຢູ່ ຫໍພິພິທະພັນວິຈິດສິນ ຫວຽດນາມ. ກ່ອນການພົບປະກັບພວກນ້ອງນ້ອຍ, ນັກຮຽນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຊົມງານວາງສະແດງ. ທີ່ການພົບປະ, ທ່ານ ປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ:

ພວກເຮົາ ຕ້ອງ ເຫັນຈິດໃຈຫວຽດນາມ ໃນທຸກເກນອາຍຸ, ເປັນຕົ້ນແມ່ນພວກນ້ອງນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ, ເປັນພະຍາດໂລຄາຕ່າງໆ. ບັນດາຜົນງານເຫຼົ່ານີ້ເຕັມໄປດ້ວຍລັກສະນະມະນຸດສະທຳຂອງ ພວກນ້ອງ ເຊິ່ງສະແດງໃຫ້ເຫັນ ຈິດໃຈຫວຽດນາມ ໃນຕົວຂອງພວກນ້ອງເຖິງວ່າປະສົບກັບຄວາມຫຍຸ້ງຍາກ ກໍ່ບໍ່ທໍ້ຖອຍ, ຍັງຕັ້ງໜ້າແຜ່ກະຈາຍພະລັງໃນການດຳລົງຊີວິດ ແລະ ສັງຄົມ.

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງ ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ, ທົ່ວສັງຄົມຍົກສູງນ້ຳໃຈຮັບຜິດຊອບ ໃນການເບິ່ງແຍງ ລຸ້ນໜຸ່ມໂດຍສະເພາະແມ່ນ ເດັກນ້ອຍທີ່ມີຄວາມສ່ຽງ, ດ້ອຍໂອກາດ, ຊ່ວຍຫຼໍ່ລ້ຽງຄວາມໄຝ່ຝັນໃຫ້ພວກນ້ອງຜ່ານຜ່າຄວາມຫຍຸ້ງຍາກໃນການດຳລົງຊີວິດ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top