• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຜ່​ກະ​ຈາຍ​ນ້ຳ​ໃຈ, ການ​ກະ​ທຳ​ອັນ​ຈົບ​ງາມ​ໃນ​ການ​ເຄື່ອນ​ໄຫວ​ອ​າ​ສາ​ສະ​ໝັກບໍ​ລິ​ຈາກ​ເລືອດ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນບໍລິຈາກເລືອດສາກົນຄົບຮອບ 20 ປີ (ວັນທີ 14 ມິຖຸນາ 2004 – 14 ມິຖຸນາ 2024), ຕອນບ່າຍວັນທີ 14 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ພົບປະກັບຜູ້ອາສາສະໝັກບໍລິຈາກເລືອດດີເດັ່ນທົ່ວປະເທດ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)

ນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ສະແດງຄວາມຂອບອົກຂອບໃຈມາຍັງບຸກຄົນທີ່ອາສາສະໝັກບໍລິຈາກເລືອດໃນທົ່ວປະເທດ. ທ່ານເນັ້ນໜັກວ່າ, ໃນໄລຍະຈະມາເຖິງ, ເພື່ອສືບຕໍ່ຍົກສູງຄຸນນະພາບ, ປະສິດທິຜົນ, ລັກສະນະຍືນຍົງໃນການບໍລິຈາກເລືອດ, ຕ້ອງຍູ້ແຮງການໝູນໃຊ້ການຫັນເປັນດີຈີຕອນເຂົ້າໃນການຄຸ້ມຄອງການເຄື່ອນໄຫວບໍລິຈາກເລືອດ, ເຊື່ອມຕໍ່ຂໍ້ມູນ, ສ້າງຖານຂໍ້ມູນຜູ້ບໍລິຈາກເລືອດໃຫ້ເປັນເອກະພາບ, ເຊື່ອມຕໍ່ລະຫວ່າງບັນດາທ້ອງຖິ່ນ, ລະຫວ່າງສູນໂລຫິດສ້າງ ກັບໂຮງໝໍ. ທ່ານກ່າວວ່າ:

“ຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາແບບຢ່າງບໍລິຈາກເລືອດດີເດັ່ນ ພ້ອມກັບຜູ້ອາສາສະໝັກບໍລິຈາກເລືອດນັບລ້ານຄົນໃນທົ່ວປະເທດຈະສືບຕໍ່ເສີມຂະຫຍາຍນ້ຳໃຈເມດຕາ, ເຊິ່ງເປັນມູນເຊື້ອຂອງຊາດ, ແບ່ງປັນຢອດເລືອດຂອງຕົນເພື່ອສັງຄົມ. ພ້ອມດຽວກັນນັ້ນ, ກໍແມ່ນກຳລັງຫຼັກແຫຼ່ງແກ່ນສານ, ເປັນຜູ້ໂຄສະນາທີ່ຕັ້ງໜ້າ, ພ້ອມກັນແຜ່ກະຈາຍນ້ຳໃຈ, ຄວາມໝາຍອັນຈົບງາມຂອງການເຄື່ອນໄຫວອາສາສະໝັກບໍລິຈາກເລືອດ”.

(ແຫຼ່ງຄັດຈາກ VOV)

ລາວ​ສົ່ງ​ໂທ​ລະ​ເລກອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 135 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິນ

ລາວ​ສົ່ງ​ໂທ​ລະ​ເລກອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 135 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິນ

ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວໄດ້ສົ່ງໂທລະເລກອວຍພອນໄປຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.

Top