ທ່ານຜູ້ຟັງ, ຜູ້ອ່ານມີຄວາມສົນໃຈເຖິງບັນດາຄໍລຳຕ່າງໆທີ່ໄດ້ອອກອາກາດ ແລະ ເອົາລົງທາງອິນເຕີເນັດ ໃນອາທິດຜ່ານມາ, ຢາກຊອກຮູ້ບັນດາໝູ່ບ້ານອາຊີບມູນເຊື້ອຂອງ ຮ່າໂນ້ຍ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງມີຄວາມສົນໃຈ.
ໃນອາທິດ, ເພື່ອນຈັນທະໝອນ, ເພື່ອນ ຄຳເບັ່ງ ຢູ່ແຂວງຄຳມ່ວນ ໄດ້ສົ່ງ ອີແມວເຖິງລາຍການໂດຍສະແດງໃຫ້ເຫັນຄວາມນິຍົມຄໍລຳ “ຄົ້ນຫາ ຫວຽດນາມ”, ໃນນັ້ນ, ທ່ານ ຈັນທະໝອນ ໄດ້ຂຽນວ່າ: “ຂ້າພະເຈົ້າມັກອ່ານບົດໃນຄໍລຳຄົ້ນຫາ ຫວຽດນາມ ຫຼາຍ, ເພາະວ່າມັນຈັບອົບຈັບໃຈ ແລະ ຂ້າພະເຈົ້າຄິດວ່າ ແລະ ນີ້ຄືດັ່ງລາຍການແນະນຳ, ໂຄສະນາການທ່ອງທ່ຽວ. ພວກເພື່ອນໄດ້ພາຜູ້ອ່ານ, ຜູ້ຟັງໄປທ່ຽວຫຼາຍສະຖານທີ່ຢູ່ ຫວຽດນາມ ແລະ ຈາກນັ້ນ, ຂ້າພະເຈົ້າກໍ່ຮູ້ຈັກສະຖານທີ່ຫຼາຍແຫ່ງ, ຮູ້ຈັກຮີດຄອງປະເພນີຂອງພວກເພື່ອນຫຼາຍກ່ວາອີກ. ນີ້ກໍ່ແມ່ນແຫຼ່ງຂໍ້ມູນທີ່ມີປະໂຫຍດຫຼາຍຈາກນັ້ນ, ຂ້າພະເຈົ້າຈະເລືອກເອົາບັນດາສະຖານທີ່ທ່ອງທ່ຽວເມື່ອມີໂອກາດໄປຢ້ຽມຢາມ ຫວຽດນາມ.”
ສ່ວນເພື່ອນ ເກດຕິສັກ, ຢູ່ແຂວງ ວຽງຈັນ ມັກຊົມພາບສາລະຄະດີ ກ່ຽວກັບແມ່ຍິງ ຫວຽດນາມ ທີ່ສຸດ, ເພື່ອນໄດ້ຂຽນວ່າ: “ເຖິງວ່າແມ່ຍິງເຂົາເຈົ້າກໍ່ເຮັດວຽກງານທີ່ໜັກໜາສາຮັດກໍ່ຕາມ ແຕ່ຍາມໃດກໍ່ຍັງງາມ, ມີຮອຍຍິ້ມສົດໃສ ແລະ ບັນດາຮອຍຍິ້ມນັ້ນໄດ້ສະແດງໃຫ້ເຫັນຮັກຕໍ່ຊີວິດ, ຕໍ່ມະນຸດຂອງເຂົາເຈົ້າ. ຂອບໃຈບັນດາແມ່ຍິງ, ບັນດາແມ່ ຫວຽດນາມ ທີ່ຍາມໃດກໍ່ອຸທິດສ່ວນຈົດສຸດຄວາມສາມາດຂອງຕົນເພື່ອສ້າງໃຫ້ຊີວິດຄອບຄົວ, ສັງຄົມສວຍງາມກ່ວາອີກ.”
ຂໍຂອບໃຈເພື່ອນ ຈັນທະສອນ, ເພື່ອນ ຄຳເບັ່ງ, ເພື່ອນ ເກດຕິສັກ ທີ່ໄດ້ສົ່ງອີແມວເຖິງລາຍການ. ຫວັງວ່າ, ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະໄດ້ຮັບຈົດໝາຍ, ອີແມວຈາກພວກເພື່ອນຫຼາຍກ່ວາອີກ. ບັນດາຄຳເຫັນປະກອບຂອງພວກເພື່ອນຈະປະກອບສ່ວນເຮັດໃຫ້ລາຍການຂອງພວກຂ້າພະເຈົ້າມີຄວາມຈັບອົກຈັບໃຈກ່ວາ. ຂໍຂອບໃຈ.

ໝູ່ບ້ານເຄື່ອງປັ້ນດິນເຜົາ ບາດຈ່າງ
ໃນອາທິດ, ເພື່ອນ ເຈິ່ນຮ່ວາຫ໊າວ, ດຳລົງຊີວິດຢູ່ແຂວງ ຄຳມ່ວນ ໄດ້ຝາກຈົດໝາຍເຖິງລາຍການດ້ວຍເນື້ອໃນວ່າ: “ຂ້າພະເຈົ້າມີເພື່ອນຜູ້ໜຶ່ງ, ລາວມີຄວາມສົນໃຈຕໍ່ບັນດາໝູ່ບ້ານອາຊີບທີ່ເປັນມູນເຊື້ອຢູ່ຮ່າໂນ້ຍຫຼາຍ, ແຕ່ຂ້າພະເຈົ້າກໍ່ບໍ່ມີຂໍ້ມູນຂ່າວສານກ່ຽວກັບຂົງເຂດນີ້ປານໃດ. ຫວັງວ່າ, ອ້າຍເອື້ອຍບັນນາທິການຈະສະຫງວນເວລາແນະນຳກ່ຽວກັບໝູ່ບ້ານອາຊີບບາງແຫ່ງທີ່ເປັນເອກະລັກສະເພາະຂອງຮ່າໂນ້ຍ ໄດ້ບໍ່? ຂໍຂອບໃຈ.”
ຮ່າໂນ້ຍ ມີໝູ່ບ້ານອາຊີບທີ່ເປັນມູນເຊື້ອເກືອບ 300 ແຫ່ງໄດ້ຮັບການຮັບຮອງ, ໝູ່ບ້ານອາຊີບແຕ່ລະແຫ່ງມີຈຸດທີ່ເປັນເອກະລັກສະເພາະຂອງຕົວມັນເອງ. ຖ້າຫາກວ່າ, ພວກທ່ານຈະໄປທ່ຽວ ແລະ ຊອກຫາຄຸນຄ່າທາງດ້ານວັດທະນະທຳ - ສິລະປະ ແລະ ຊື້ຂອງຂວັນທີ່ລະນຶກທີ່ເຂັ້ມຂົ້ນໄປດ້ວຍສີສັນຊາດນັ້ນທ່ານຄວນໄປຢ້ຽມຢາມບັນດາໝູ່ບ້ານອາຊີບ ຈະເໝາະສົມທີ່ສຸດ. ຕໍ່ໄປນີ້, ບັນນາທິການພາກພາສາລາວ ຈະແນະນຳໝູ່ບ້ານອາຊີບທີ່ເປັນມູນເຊື້ອດີເດັ່ນບາງແຫ່ງຂອງຮ່າໂນ້ຍ ຕໍ່ທ່ານຜູ້ຟັງ:ໝູ່ບ້ານເຄື່ອງປັ້ນດິນເຜົາ ບາດຈ່າງ: ໝູ່ບ້ານ ບາດຈ່າງ (ຢູ່ຕາແສງ ບາດຈ່າງ, ເມືອງ ຢາເລີມ, ຮ່າໂນ້ຍ), ຫ່າງຈາກໃຈກາງນະຄອນຫຼວງ ຮ່າໂນ້ຍ ປະມານ 14 ກມ, ພົ້ນເດັ່ນຍ້ອນໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາມີອາຍຸນັບ 500 ປີນີ້. ໝູ່ບ້ານແພໄໝວ້ານຟຸກ: ໝູ່ບ້ານຮ່າດົງ, ປະຈຸບັນເອີ້ນວ່າໝູ່ບ້ານແພໄໝວ້ານຟຸກ, ຂຶ້ນກັບຕາແສງ ວ້ານຟຸກ, ເມືອງ ຮ່າດົງ, ຫ່າງຈາກໄຈກາງນະຄອນຫຼວງ ຮ່າໂນ້ຍ ປະມານ 10 ກມ. ນີ້ແມ່ນໝູ່ບ້ານຕ່ຳແພໄໝຊື່ດັ່ງມີອາຍຸນັບພັນປີ. ໝູ່ບ້ານອາຊີບຈັກສານ ຝູວີງ: ໝູ່ບ້ານ ຝູວີງ ຢູ່ ກໍ່ເດົ້າ, ຕາແສງ ຝູເຫງັຍ, ເມືອງ ເຈືອງໝີ, ຮ່າໂນ້ຍ, ມີຊື່ສຽງໂດ່ງດັງຍ້ອນຜະລິດເຄື່ອງຈັກສານມີມາແຕ່ສະຕະວັດທີ 17. ໝູ່ບ້ານຫຼໍ່ທອງ ຫງູສາ: ໝູ່ບ້ານຫຼໍ່ທອງ ຫງູສາ ຕັ້ງຢູ່ຖະໜົນຫງູສາ, ເມືອງ ບາດິ່ງ, ຮ່າໂນ້ຍ. ໝູ່ບ້ານແຫ່ງນີ້ເລີ່ມດຳເນີນອາຊີບມາແຕ່ສະຕະວັດທີ 17. ອາຊີບຫຼໍ່ທອງໃນຄາວນັ້ນໄດ້ຮັບຖືວ່າແມ່ນ 1 ໃນຈຳນວນ 4 ອາຊີບຍອດຍິ່ງຂອງເຂດດິນແດນ ທັງລອງ ໃນເມືອກ່ອນ. ໝູ່ບ້ານປູກດອກໄມ້ ໄຕຕື້ວ: ຫ່າງຈາກໃຈກາງນະຄອນຫຼວງ ຮ່າໂນ້ຍ ປະມານ 15 ກມ, ໝູ່ບ້ານ ໄຕຕື້ວຂຶ້ນກັບເມືອງ ບັກຕື່ລຽມ, ພົ້ນເດັ່ນແມ່ນເຂດສະໜອງດອກໄມ້ສົດຕົ້ນຕໍຂອງນະຄອນຫຼວງຮ່າໂນ້ຍ ແລະ ຫຼາຍແຂວງອ້ອມຂ້າງ. ໝູ່ບ້ານຜະລິດກຸບ ຈວງ - ເຈືອງໝີ: ໝູ່ບ້ານຈວງ ຕັ້ງຢູ່ແຄມແມ່ນ້ຳໄດ໊, ຂຶ້ນກັບຕາແສງ ເຟືອງຈູງ, ຢູ່ເມືອງ ແທງອວຍ, ຫ່າງຈາກໄຈກາງນະຄອນຫຼວງ ຮ່າໂນ້ຍ ກ່ວາ 30 ກມ. ໝູ່ບ້ານຜະລິດວີ ຈ່າງເຊີນ, ເມືອງ ແທັກເທີດ, ຮ່າໂນ້ຍ, ໝູ່ບ້ານແຫ່ງນີ້ມີອາຍຸນັບຮ້ອຍປີ. ແຕ່ສະຕະວັດທີ 19, ວີທີ່ຜະລິດຢູ່ ຈ່າງເຊີນ ຖືກຊາວຝລັ່ງ ນຳໄປສະແດງຢູ່ນະຄອນຫຼວງ ປາຣີ ແລ້ວ…
ດັ່ງທີ່ກ່າວມາຂ້າງເທິງແມ່ນໜຶ່ງໃນຈຳນວນໝູ່ບ້ານອາຊີບນັບຮ້ອຍໆແຫ່ງຢູ່ນະຄອນຫຼວງ ຮ່າໂນ້ຍ. ຫວັງວ່າ, ຜ່ານບັນດາຂໍ້ມູນຂ່າວສານດັ່ງກ່າວພວກເພື່ອນຈະເຂົ້າໃຈຫຼາຍກ່ວາກ່ຽວກັບຮ່າໂນ້ຍ ແຫ່ງອະລິຍະທຳນັບພັນປີຂອງພວກເຮົາ. ບັນນາທິການພາກພາສາລາວກໍ່ຫວັງວ່າແຫຼ່ງຂ່າວດັ່ງກ່າວຈະດຶງດູດເພື່ອນມາຢ້ຽມຢາມ ຮ່າໂນ້ຍ, ຫວຽດນາມ ໃນໄລຍະຈະມາເຖິງ.
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.
(ແຫຼ່ງຄັດຈາກ VOV)