• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແນວໂຮມປະເທດຊາດຫວຽດນາມ ເພີ່ມທະວີການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ

      ຕອນເຊົ້າວັນທີ 28 ພຶດສະພາ, ຢູ່ຮ່າໂນ້ຍ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສໍາມະນາດ້ວຍຫົວຂໍ້ວ່າ ມາດຕະການເພີ່ມທະວີວຽກງານການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ຂອງແນວໂຮມປະເທດຊາດຫວຽດນາມ”.


ກອງປະຊຸມສໍາມະນາດ້ວຍຫົວຂໍ້ວ່າ “ມາດຕະການເພີ່ມທະວີວຽກງານການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ
ຂອງແນວໂຮມປະເທດຊາດຫວຽດນາມ”
      ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນຖືວ່າ ການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຂອງແນວໂຮມປະເທດຊາດຫວຽດນາມ ໂດຍ ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ຂັ້ນຕ່າງໆປະຕິບັດ ຢ່າງເປັນລະບົບ ຈາກຂັ້ນສູນກາງ ຕະຫຼອດຮອດຂັ້ນຮາກຖານ. ໜຶ່ງໃນບັນດາມາດຕະການ ເຊິ່ງຜູ້ແທນຫຼາຍທ່ານໄດ້ເຕື້ອງເຖິງແມ່ນ ຍູ້ແຮງບັນດາການເຄື່ອນໄຫວໂຄສະນາ, ເຜີຍແຜ່ ເພື່ອແນໃສ່ຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບ ແລະ ສະຕິປະຕິບັດກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຂອງພະນັກງານ, ລັດຖະກອນ, ພາລະກອນ ແລະ ປະຊາຊົນ. ພ້ອມກັນນັ້ນ, ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງສະມາຊິກຂອງແນວໂຮມປະເທດຊາດ ໄດ້ຂົນຂວາຍ, ປຸກລະດົມ ປະຊາຊົນ, ສື່ມວນຊົນ ຕັ້ງໜ້າເຂົ້າຮ່ວມກິດຈະການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ.
 (ແຫຼ່ງຄັດຈາກ VOV)
 

ນັກປະພັນວັນນະຄະດີ ຫວຽດນາມ 2 ທ່ານໄດ້ຮັບລາງວັນ ວັນນະຄະດີ ອາຊີຕາເວັນອອກສ່ຽງໃຕ້ 2024 – 2025

ນັກປະພັນວັນນະຄະດີ ຫວຽດນາມ 2 ທ່ານໄດ້ຮັບລາງວັນ ວັນນະຄະດີ ອາຊີຕາເວັນອອກສ່ຽງໃຕ້ 2024 – 2025

ນັກປະພັນວັນນະຄະດີ ຫງວຽນທາມທຽນເກ໊ ໄດ້ຮັບລາງວັນ ວັນນະຄະດີອາຊີຕາເວັນອອກສ່ຽງໃຕ້ ດ້ວຍເລື່ອງເສັ້ນ “ລະດູແລ້ງຢູ່ໃຕ້ຮົ່ມຕົ້ມໄມ້”, ນັກປະພັນວັນນະຄະດີ ນາງ ຟ້າມທິຊວັນບານ ເປັນກຽດຮັບລາງວັນດ້ວຍເລື່ອງສັ້ນ “ຢູ່ປາຍຟ້າ”.

Top