• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຄັງ​ຮ​ວ່າ ວາງ​ເປົ້າ​ໝາຍ​ຕ້ອ​ນ​ຮັບ​ແຂກ​ທ່ອງ​ທ່ຽວ 33 ລ້ານ​ເທື່ອ​ຄົນ​ໃນ​ປີ 2030

ທາງແຂວງ ໄດ້ວາງເປົ້າໝາຍກາຍເປັນສູນບໍລິການ, ການທ່ອງທ່ຽວທະເລສາກົນ, ນອນໃນກຸ່ມ 5 ແຂວງ, ນະຄອນນຳໜ້າທົ່ວປະເທດກ່ຽວກັບການພັດທະນາການທ່ອງທ່ຽວ, ປັບປຸງຖານະບົດບາດແມ່ນສະຖານທີທ່ອງທ່ຽວພົ້ນເດັ່ນຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ດ້ວຍເຄື່ອງໝາຍການຄ້າ “ຮັບຮູ້ງ່າຍ ແລະ ລະບົບນິເວດການທ່ອງທ່ຽວເປັນເອກະພາບ”ເທື່ອລະກ້າວ.
  ທ່ານ ຫງວຽນລອງບຽນ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ແຄັງຮວ່າ (ພາບ: qdnd.vn)  

ໃນພິທີປະກາດຍຸດທະສາດພັດທະນາການທ່ອງທ່ຽວແຂວງ ແຄັງຮວ່າ ໄລຍະ 2026 – 2030, ວິໄສທັດຮອດປີ 2045, ທີ່ດຳເນີນຫວ່າງມໍ່ໆມານີ້, ທ່ານ ຫງວຽນລອງບຽນ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ແຄັງຮວ່າ, ໃຫ້ຮູ້ວ່າ ທາງແຂວງ ໄດ້ວາງເປົ້າໝາຍກາຍເປັນສູນບໍລິການ, ການທ່ອງທ່ຽວທະເລສາກົນ, ນອນໃນກຸ່ມ 5 ແຂວງ, ນະຄອນນຳໜ້າທົ່ວປະເທດກ່ຽວກັບການພັດທະນາການທ່ອງທ່ຽວ, ປັບປຸງຖານະບົດບາດແມ່ນສະຖານທີທ່ອງທ່ຽວພົ້ນເດັ່ນຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ດ້ວຍເຄື່ອງໝາຍການຄ້າ “ຮັບຮູ້ງ່າຍ ແລະ ລະບົບນິເວດການທ່ອງທ່ຽວເປັນເອກະພາບ”ເທື່ອລະກ້າວ. ໃນນັ້ນ, ຮອດປີ 2030, ແຂວງ ແຄັງຮວ່າ ຄາດວ່າມີຫ້ອງພັກເຊົາໃຫ້ນັກທ່ອງທ່ຽວປະມານ 100.000 ຫ້ອງ; ລາຍຮັບທັງໝົດຈາກແຂກທ່ອງທ່ຽວບັນລຸ 9 ຕື້ USD; ຕ້ອນຮັບແຂກພັກເຊົາ 33 ລ້ານເທື່ອຄົນ (ໃນນັ້ນ ແຂກທ່ອງທ່ຽວສາກົນກວມເອົາ 40 – 45%); ຂະແໜງທ່ອງທ່ຽວສ້າງວຽກເຮັດງານທຳໃຫ້ແກ່ແຮງງານກວ່າ 300.000 ຄົນ.

ເພື່ອປະຕິບັດສຳເລັດເປົ້າໝາຍດັ່ງກ່າວ, ຍຸດທະສາດກຳນົດ 6 ກຸ່ມມາດຕະການແກ່ນສານລວມມີ:ພັດທະນາການທ່ອງທ່ຽວ ແຄັງຮວ່າ ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ພົ້ນເດັ່ນ; ສ້າງເຄື່ອງໝາຍການຄ້າ; ຍົກສູງຄວາມສາມາດເຊື່ອມຕໍ່ ແລະ ການເຂົ້າເຖິງ; ຍົກລະດັບການເຄື່ອນໄຫວຕົວຈິງໃຫ້ແກ່ແຂກທ່ອງທ່ຽວ; ຮັບປະກັນດ້ານການເງິນ ແລະ ເພີ່ມທະວີການບໍລິຫານແບບອັດສະລິຍະ.

(ແຫຼ່ງຄັດຈາກ VOV)

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ຕອນເຊົ້າວັນທີ 13 ມີນາ, ຢູ່ເຂດອຸດສາຫະກຳສູງ ຮວ່າລາກ, ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ບັນດາຜູ້ແທນໄດ້ຕັດແຖບຜ້າເປີດສະຫຼອງກິດຈະກຳສູນອາວະກາດ ຫວຽດນາມ. ນີ້ແມ່ນພື້ນຖານໂຄງລ່າງທີ່ທັນສະໄໝ, ມີຂອບຂະໜາດ ແລະ ລະດັບເຕັກໂນໂລຢີນອນໃນກຸ່ມກ້າວໜ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໄດ້ຜັນຂະຫຍາຍດ້ວຍແຫຼ່ງທຶນຊ່ວຍເຫຼືອຫຼ້າ (ODA) ຂອງລັດຖະບານ ຍີ່ປຸ່ນ ລວມມູນຄ່າລົງທຶນກວ່າ 7.000 ຕື້ດົ່ງ (280 ລ້ານ USD).

Top