• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂ​ວງ​ດຽນ​ບ​ຽນ​ເລີ່ມ​ລົງ​ມື​ກໍ່​ສ້າງ 3 ໂຮງ​ຮຽນ​ກິນນອນ​ລະ​ຫ່າງ​ຂັ້ນ, ສ້າງ​ກຳ​ລັງ​ໜູນ​ພັດ​ທະ​ນາ​ການ​ສຶກ​ສາ

ນີ້ແມ່ນ 3 ໃນຈຳນວນ 9 ໂຄງການໂດຍແຂວງມອບໜ້າທີ່ຜັນຂະຫຍາຍໃນປີ 2025 ຕາມແຜນນະໂຍບາຍຂອງກົມການເມືອງກ່ຽວກັບການກໍ່ສ້າງໂຮງຮຽນກິນນອນລະຫວ່າງຂັ້ນ ຢູ່ 248 ຕາແສງເຂດຊາຍແດນໃນທົ່ວປະເທດ.
ພິທີເລີ່ມລົງມືກໍ່ສ້າງ ໂຮງຮຽນກິນນອນຊົນເຜົ່າລະຫວ່າງຂັ້ນປະຖົມ ແລະ ມັດຖະຍົມຕອນຕົ້ນ (ພາບ: Hải Yến)

ວັນທີ 2 ພະຈິກ, ຢູ່ 3 ຕາແສງເຂດຊາຍແດນຄື ນົວງາມ, ນາບຸງ ແລະ ຊາມມື້ນ, ແຂວງດຽນບຽນໄດ້ພ້ອມກັນຈັດຂຶ້ນພິທີເລີ່ມລົງມືກໍ່ສ້າງ ໂຮງຮຽນກິນນອນຊົນເຜົ່າລະຫວ່າງຂັ້ນປະຖົມ ແລະ ມັດຖະຍົມຕອນຕົ້ນ 3 ແຫ່ງ. ນີ້ແມ່ນ 3 ໃນຈຳນວນ 9 ໂຄງການໂດຍແຂວງມອບໜ້າທີ່ຜັນຂະຫຍາຍໃນປີ 2025 ຕາມແຜນນະໂຍບາຍຂອງກົມການເມືອງກ່ຽວກັບການກໍ່ສ້າງໂຮງຮຽນກິນນອນລະຫວ່າງຂັ້ນ ຢູ່ 248 ຕາແສງເຂດຊາຍແດນໃນທົ່ວປະເທດ. ທ່ານ ນົງກວາງທັ້ງ, ເລຂາຄະນະພັກຕາແສງ, ປະທານຄະນະກຳມະການປະຊາຊົນຕາແສງ ນົວງາມ ໃຫ້ຮູ້ວ່າ:

ນັບແຕ່ເວລາມີແຜນນະໂຍບາຍ, ຕາແສງໄດ້ເຊື້ອເຊີນ ຄະນະຄຸ້ມຄອງໂຄງການລົງເຮັດວຽກ ແລະ ເຮັດແຈ້ງໜ້າທີ່ຂອງແຕ່ລະຫົວໜ່ວຍ, ເລືອກເອົາສະຖານທີ່ ແລະ ມອບໃຫ້ຫົວໜ່ວຍວິຊາການສຳຫຼວດຂອບຂະໜາດ, ຈຳນວນຄອບຄົວທີ່ກ່ຽວຂ້ອງທີ່ດິນ. ຫຼັງຈາກນັ້ນຂົນຂວາຍ, ໂຄສະນານັບແຕ່ຄະນະພັກ ຈົນຮອດອຳນາດການປົກຄອງຂອງບ້ານ, ພິເສດບັນດາຄອບຄົວທີ່ມີດິນຖືກເກັບຄືນ ແລະ ມີຄວາມເຫັນດີສູງ ເພື່ອໂຄງການໄດ້ປະຕິບັດຖືກຕ້ອງຕາມຄວາມຄືບໜ້າແມ່ນ 31 ສິງຫາ 2026 ຈະມອບຮັບ ແລະ ກະກຽມບັນດາເງື່ອນໄຂ ໄຂສົກຮຽນໃໝ່.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ

ພາຍ​ລັງ​ພິ​ທີ​ຕ້ອນ​ຮັບ, , ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ​ທ່ານ José Raúl Mulino ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ປະ​ເທດ​ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ.

Top