• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງ ກວ໋າງນິງ ເຟື້ນຟູການເຄື່ອນໄຫວທ່ອງທ່ຽວພາຍໃນແຂວງ ຄືນໃໝ່

      ພາຍຫຼັງເວລາກວ່າ 1 ເດືອນ ທີ່ບໍ່ພົບກໍລະນີຕິດເຊື້ອໂຄວິດ - 19 ລາຍໃໝ່ໃນຊຸມຊົນ, ແຂວງ ກວ໋າງນິງ ອະນຸຍາດໃຫ້ບາງຂະແໜງການເຄື່ອນໄຫວຄືນໃໝ່. ບັນດາຫົວໜ່ວຍດຳເນີນທຸລະກິດ, ການບໍລິການ, ການທ່ອງທ່ຽວໃນບໍລິເວນແຂວງ ກວ໋າງນິງ ໄດ້ເປັນເຈົ້າການຍົກອອກບັນດາວິທີການເຄື່ອນໄຫວໃນສະພາບການປົກກະຕິໃໝ່.
ຫໍພິພິທະພັນແຂວງກວ໋າງນິງ ເປີດການບໍລິການຕ້ອນຮັບລູກຄ້າຄືນໃໝ່ (ພາບ:baoquangninh.com.vn)
      ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ກວ໋າງນິງ ໄດ້ຊີ້ນຳໃຫ້ບັນດາຫົວໜ່ວຍ ຄັດເລືອກເອົາບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ ເພື່ອດຶງດູດແຂກທ່ອງທ່ຽວໃນລະດູຮ້ອນປີນີ້. ແຂວງ ກວ໋າງນິງ ກໍຮຽກຮ້ອງໃຫ້ບັນດາຮາກຖານດຳເນີນທຸລະກິດການທ່ອງທ່ຽວ, ເຂດລະຫຼີ້ນບັນເທິງ, ສະຖານທີ່ທ່ອງທ່ຽວ ປະຕິບັດມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຂອງກະຊວງສາທາລະນະສຸກຢ່າງເຂັ້ມງວດ, ດຳເນີນການກວດຫາເຊື້ອປະຈຳອາທິດໃຫ້ແກ່ບາງພາກສ່ວນພະນັກງານ. ຮ້ານອາຫານ, ໂຮງແຮມ ກໍຕ້ອງໃຊ້ເວລາເຮັດອະນາໄມ, ສີດຢາຂ້າເຊື້ອ, ປະດັບປະດາຫ້ອງຄືນໃໝ່ເພື່ອກະກຽມຕ້ອນຮັບແຂກທ່ອງທ່ຽວຄືນໃໝ່.
 (ແຫຼ່ງຄັດຈາກ VOV

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງເອກະສານຕີລາຄາ 5 ປີແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ 10 ປີ 2021 – 2030” ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIVຂອງພັກ, ໃຫ້ຂໍສັງເກດວ່າ: ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ໂລກລະບາດ, ໄພທຳມະຊາດເກີດຂຶ້ນຢ່າງວຸ້ນວາຍ, ພື້ນຖານເສດຖະກິດຫວຽດນາມໃນໄລຍະ 5 ປີ 2021 – 2025 ຍັງບັນລຸໄດ້ບັນດາໝາກຜົນສຳຄັນແລະພົ້ນເດັ່ນ. ບັນດາໝາກຜົນຮອບດ້ານນັ້ນແມ່ນກຳລັງໜູນເພື່ອໃຫ້ຫວຽດນາມປະຕິບັດເປົ້າໝາຍການເຕີບໂຕບັນລຸລະດັບ 2 ຕົວເລກໃນໄລຍະ 2026 – 2030 ແລະກາຍເປັນປະເທດພັດທະນາມີລາຍຮັບສູງໃນປີ 2045.

Top