• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງ ກວາງຫງາຍ ຈັດຕັ້ງບຸນຊ່ວງເຮືອຢູ່ເມືອງເກາະ ຫຼີເຊີນ

      ຂໍໃຫ້ປະເທດຊາດມີຄວາມສັນຕິສຸກ, ປະຊາຊົນຢູ່ເຢັນເປັນສຸກ, ຊາວປະມົງປະສົບກັບຄວາມສະດວກໃນການອອກສູ່ທະເລ ເພື່ອຫາປາ
ແຂວງ ກວາງຫງາຍ ຈັດຕັ້ງບຸນຊ່ວງເຮືອຢູ່ເມືອງເກາະ ຫຼີເຊີນ
      ແຕ່ລະປີ, ເນື່ອງໃນໂອກາດຕົ້ນປີໃໝ່, ເມືອງເກາະ ຫຼີເຊີນ, ແຂວງ ກວາງຫງາຍ ພັດຈັດຕັ້ງບຸນຊ່ວງເຮືອຮີດຄອງປະເພນີ ເພື່ອອາໄລຫາກົກເຄົ້າເຫງົ້າກໍ, ບັນພະບຸລຸດທີ່ມີຄຸນງາມຄວາມດີໃນການປົກປັກຮັກສາເຂດຊາຍແດນປະເທດຊາດ ກໍ່ຄືຂໍໃຫ້ປະເທດຊາດມີຄວາມສັນຕິສຸກ, ປະຊາຊົນຢູ່ເຢັນເປັນສຸກ, ຊາວປະມົງປະສົບກັບຄວາມສະດວກໃນການອອກສູ່ທະເລ ເພື່ອຫາປາ. ງານບຸນໄດ້ດຳເນີນແຕ່ວັນທີ 4 – 8 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ ດ້ວຍການເຂົ້າຮ່ວມຂອງ 8 ທິມ. ທ່ານ ເວວັນນິງ ຮອງປະທານຄະນະກຳມະການປະຊາຊົນເມືອງ ຫຼີເຊີນ, ແຂວງ ກວາງຫງາຍ ໃຫ້ຮູ້ວ່າ:
        ງານບຸນຊ່ວງເຮືອຮີດຄອງປະເພນີມີແຕ່ດົນນານແລ້ວ. ຕາມເອກະສານປະຫວັດສາດແລ້ວ, ງານບຸນໄດ້ຈັດຕັ້ງແຕ່ປີ 1826. ພວກຂ້າພະເຈົ້າພວມສະເໜີຕໍ່ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຮັບຮອງເອົາງານບຸນຊ່ວງເຮືອນີ້ ແມ່ນງານບຸນບໍ່ເປັນວັດຖຸ.
 (ແຫຼ່ງຄັດຈາກ VOV)

ສ​ປ​ຊ ສະ​ໜັບ​ສະ​ໜູນ ຫວຽດ​ນາມ ຮັບ​ດຳ​ລົງ​ບົດ​ບາດ​ປະ​ທານກອງ​ປະ​ຊຸມ​ສຳຫຼວດກວດ​ຄືນ​ສົນ​ທິ​ສັນ​ຍາ​ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ

ສ​ປ​ຊ ສະ​ໜັບ​ສະ​ໜູນ ຫວຽດ​ນາມ ຮັບ​ດຳ​ລົງ​ບົດ​ບາດ​ປະ​ທານກອງ​ປະ​ຊຸມ​ສຳຫຼວດກວດ​ຄືນ​ສົນ​ທິ​ສັນ​ຍາ​ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ

ວັນ​ທີ 23 ເມ​ສາ, ຢູ່​ສຳ​ນັກ​ງານ ສ​ປ​ຊ ຢູ່ ນິວຢອກ, ອາ​ເມ​ລິ​ກາ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໂດະ​ຮຸ່ງ​ຫວຽດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ປ​ຊ ໄດ້​ເຮັດ​ວຽກ​ກັບ​ທ່ານ António Guterres ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ເພື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ສາ​ຍ​ພົວ​ພັນ ຫວຽດ​ນາມ - ສ​ປ​ຊ ແລະ ວຽກ​ງານ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ສຳຫຼວດກວດ​ຄືນ​ສົນ​ທິ​ສັນ​ຍາ​ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ (NPT) ຄັ້ງ​ທີ 11.

Top