• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງ​ ບັກ​ຢາງ ທັງ​ຟື້ນ​ຟູ​ການ​ຜະ​ລິດ, ທັງ​ຍູ້​ແຮງ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລ​ກ​ລະ​ບາດ​ໂຄວິດ - 19

ຕອນບ່າຍວັນທີ 30 ພຶດສະພາ, ຢູ່ແຂວງບັກຢາງ, ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງແຂວງບັກຢາງ ກ່ຽວກັບບັນດາມາດຕະການຮີບດ່ວນ ເພື່ອຟື້ນຟູການຜະລິດດຳເນີນທຸລະກິດ, ຍູ້ແຮງວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.
ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ໄດ້ສະເໜີໃຫ້ແຂວງບັກຢາງ ຈົ່ງຮີບເຮັ່ງຍົກອອກບັນດາບົດລາຍງານລະອຽດ ກ່ຽວກັບສະພາບການເຄື່ອນໄຫວຜະລິດດຳເນີນທຸລະກິດ, ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ກໍ່ຄືບັນດາຂໍ້ສະເໜີ, ວິທີການແກ້ໄຂ ເພື່ອໃຫ້ລັດຖະບານພິຈາລະນາ ຍູ້ແຮງການປະຕິບັດ “ເປົ້າໝາຍຄວບຄູ່” ທັງພັດທະນາເສດຖະກິດ, ທັງປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ເນັ້ນໜັກວ່າ ບໍ່ຄວນປະໝາດຕໍ່ວຽກງານ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງເດັດຂາດ, ຕ້ອງສຸມສະຕິຢູ່ໃນລະດັບສູງ, ຖືວຽກງານປ້ອງກັນຕ້ານໂລກລະບາດໂຄວິດ - 19 ຄືຕ້ານສັດຕູ. ທ່ານຮອງນາຍົກລັດຖະມົນຕີ ໄດ້ມອບໝາຍໃຫ້ກະຊວງສາທາລະນະສຸກ ພິຈາລະນະເພີ່ມເຕີມວັດຖຸອຸປະກອນການແພດໃຫ້ແກ່ ແຂວງບັກຢາງ, ພ້ອມທັງພິຈາລະນາ ບັນດາແບບວິທີການຊື້ອຸປະກອນປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຕື່ມອີກ.

(ແຫຼ່ງຄັດຈາກ VOV)

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ຮ່າ​ໂນ້ຍ, ຄຳ​ຮຽກ​ຮ້ອງ​ນີ້​ຍິ່ງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຈຳ​ເປັນ​ຂອ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ບັນ​ຫາ​ທີ່​ນັບ​ມື້​ນັບ​ສັບ​ສົນ, ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ໃນ​ຕົວ​ເມືອງ​ພິ​ເສດ.

Top