• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງເບັ໊ນແຈສົ່ງອອກໝາກໄມ້ງວດທຳອິດໄປຍັງຕະຫຼາດ EU

      ວັນທີ 17 ກັນຍາ, ຢູ່ໂຮງງານຫຸ້ມຫໍ່ບໍລິສັດ Vina T&T Group, ເມືອງເຈົາແທັ່ງ ແຂວງເບັ໊ນແຈ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງເບັ໊ນແຈ ຈັດຕັ້ງພິທີປະກາດການສົ່ງອອກໝາກໄມ້ງວດທຳອິດຂອງຫວຽດນາມ ໄປຍັງຕະຫຼາດ EU ຕາມສັນຍາການຄ້າເສລີ ຫວຽດນາມ - EU (EVFTA).

ພິທີປະກາດການສົ່ງອອກໝາກໄມ້ງວດທຳອິດຂອງຫວຽດນາມ ໄປຍັງຕະຫຼາດ EU ຕາມສັນຍາການຄ້າເສລີ ຫວຽດນາມ - EU (EVFTA) (ພາບ: nhandan.com.vn)
      ທີ່ພິທີ, ທ່ານ ເລກ໊ວກຢວາງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ ພາຍຫຼັງທີ່ສັນຍາ EVFTA ມີຜົນສັກສິດ ແລະ ໄດ້ຮັບການປະຕິບັດມາເປັນ ເວລາກ່ວາ 1 ເດືອນ , ສິນຄ້າສົ່ງອອກ ຫຼາຍປະເພດຂອງຫວຽດນາມ ໄດ້ມີບັນດາການຫັນປ່ຽນຢ່າງຕັ້ງໜ້າຢູ່ຕະຫຼາດ EU. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ໝາກໄມ້ແມ່ນໜຶ່ງໃນບັນດາຜະລິດຕະພັນສົ່ງອອກຫຼັກແຫຼ່ງຂອງ ຫວຽດນາມ ຢູ່ຕະຫຼາດ EU. ຕາມນັ້ນແລ້ວ, 7 ເດືອນຕົ້ນປີ 2020, ການສົ່ງອອກໝາກໄມ້ບັນລຸມູນຄ່າ 59,18 ລ້ານ USD. ຄາດວ່າ ການສົ່ງອອກໝາກໄມ້ຫວຽດນາມໄປຍັງ EU ນັບແຕ່ນີ້ຈົນໝົດປີ 2020 ຈະສືບຕໍ່ເພີ່ມຂຶ້ນ.
(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ​ຄັ້ງ​ທີ XI: ແນວ​ໂຮມ​ປ່ຽນ​ແປງ​ໃໝ່​ຢ່າງ​ແຮງ​ເພື່ອ​ໃກ້​​ກັບຊິດ​ປະ​ຊາ​ຊົນກວ່າ​ເກົ່າ

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ​ຄັ້ງ​ທີ XI: ແນວ​ໂຮມ​ປ່ຽນ​ແປງ​ໃໝ່​ຢ່າງ​ແຮງ​ເພື່ອ​ໃກ້​​ກັບຊິດ​ປະ​ຊາ​ຊົນກວ່າ​ເກົ່າ

ມີ​ຜູ້​ແທນຫຼາຍ​ທ່ານ​ຖືກວ່າ ຈຸດ​ພົ້ນ​ເດັ່ນ​ໃຫຍ່​ທີ່​ສຸດ​ຂອງ​ສະ​ໄໝ​ນີ້​ແມ່ນ​ການ​ສ້າງ ແນວ​ໂຮມ​ດີ​ຈີ​ຕອນ, ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ເພື່ອ​ເຊື່ອມ​ຕໍ່​ກັບ​ປະ​ຊາ​ຊົນ​ຢ່າງວ່ອງ​ໄວ​ກວ່າ, ທັນ​ການກວ່າ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ.

Top